

ຕອນບ່າຍຂອງວັນອັງຄານ, ວັນທີ 22 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງ ໄດ້ດຳເນີນຊີວິດການເມືອງ ປະຈຳເດືອນ 11 ປີ 2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກ ສພຂ, ມີສະຫາຍ ຄໍາເຜີຍ ງອນວັນຄຳ ກຳມະການປະຈໍາພັກແຂວງ, ຮອງປະທານ ສພຂ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ/ສໍາຮອງພາຍໃນໜ່ວຍພັກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.



ການດຳເນີນຊີວິດຄັ້ງນີ້, ສະຫາຍເລຂາໜວຍພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະພັກປະຈໍາເດືອນ 11 ແລະ ວາງທິດທາງແຜນການເດືອນ 12 ປີ 2022, ເຊິ່ງຜ່ານການເຄື່ອນໄຫວໃນໄລຍະ 1 ເດືອນຜ່ານມາ, ທາງຄະນພັກໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານດ້ານວິຊາສະເພາະ, ພ້ອມທັງການປະສານສົມທົບກັບພາກສ່ວນກ່ຽວຂ້ອງກະກຽມບັນດາເນື້ອໃນຕ່າງໆທີ່ຈະເຂົ້າຜ່ານໃນກອງປະຊຸມ ແລະ ເຮັດໃຫ້ການກະກຽມດຳເນີນກອງປະຊຸມສະໄໝສາມັນເທື່ອ 4 ຂອງສະພາປະຊາຊົນແຂວງ ຊຸດທີ II ສໍາເລັດໃນເບື້ອງຕົ້ນ.



