loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍພັກຮາກຖານ ສພຂ ເຊກອງ ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ II

​ກ.ກ. 21, 2022 | ເຂດ 16 ເຊກອງ

      ຕອນເຊົ້າວັນທີ 21 ກໍລະກົດ 2022 ນີ້, ທີ່ສະໂມສອນ ສະພາປະຊາຊົນ ແຂວງ ເຊກອງ ໜ່ວຍພັກຮາກຖານ ສະພາປະຊາຊົນແຂວງ ເຊກອງ (ສພຂ) ໄດ້ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ II ປະຈໍາປີ 2021 ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຢັ້ງຢືນ ໂດຍສະຫາຍ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ຜູ້ປະຈໍາການເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ກ່າວຮັບໂດຍ ສະຫາຍ ນາງ ຄໍາເສັງ ທຸມມະວົງສາ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.                                                                                                                          ໃນວາລະກອງປະຊຸມ ສະຫາຍ ພົງສະຫວັດ ສິງຫາລາດ ຮອງເລຂາຄະນະພັກ ຮາກຖານ ສພຂ ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2021 ໜ່ວຍພັກຮາກຖານ ສພຂ ມີສະມາຊິກພັກທັງໝົດ 44 ສະຫາຍ, ຍິງ 16 ສະຫາຍ ຜ່ານມາ ແມ່ນໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານ ມີຜົນສຳເລັດໃນແຕ່ລະດ້ານ ທັງດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ສາມາດປະຕິບັດໄດ້ຕາມມາດຖານເງື່ອນໄຂ ຂອງຄະນະພັກຂັ້ນເທິງວາງອອກ ກໍຄືທິດທາງແຜນການຂອງໜ່ວຍພັກຕົນກໍານົດໄວ້ ແລະ ໄດ້ປະເມີນນຳພາດ້ານຄຸນທາດການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ, ດ້ານປະຕິບັດໜ້າທີ່ການເມືອງໄດ້ເປັນຢ່າງດີ, ໄດ້ຖືເອົາການສຶກສາອົບຮົມການເມືອງ-ແນວຄິດ, ເຊືີ່ອມຊຶມບັນດາມະຕິ, ຄຳສັ່ງ, ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ສະເເດງອອກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ບັນດາໜ່ວຍງານທີ່ຂຶ້ນກັບການນໍາພາຂອງແຕ່ລະໜ່ວຍພັກ ແນໃສ່ສ້າງໃຫ້ພະນັກງານສະມາຊິກພັກ ມີຄຸນທາດການເມືອງໜັກແໜ້ນ, ເອົາໃຈໃສ່ຕິດຕາມ, ກວດກາ ແລະ ແກ້ໄຂຜົນການດໍາເນີນຊີວິດການເມືອງດ້ວຍຄວາມຮັບຜິດຊອບສູງ, ປັບປຸງກໍ່ສ້າງໜ່ວຍພັກ ຂອງຕົນໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເອົາໃຈໃສ່ປະຕິບັດໜ້າທີີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ.         ໂອກາດດັ່ງກ່າວ, ທ່ານ ດົງເພັດ ພະຍົນ ກໍໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ, ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຄະນະໜ່ວຍພັກ ແລະ ສະມາຊິກພັກ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານຈົນໄດ້ຮັບຜົນສຳເລັດຫຼາຍດ້ານ, ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມບັນດາມະຕິ, ຄຳສັ່ງ ແລະ ເອກະສານສຳຄັນຕ່າງໆຂອງພັກ-ຂອງຊາດ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນໃນຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ກໍ່ສ້າງ, ປັບປຸງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກໃຫ້ເປັນປົກກະຕິ ແລະ ມີຄຸນນະພາບ ແລະ ສືບຕໍ່ຍົກສູງບົດບາດການນຳພາຂອງພັກ ແລະ ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຜົນສຳເລັດ.

ພ້ອມດຽວກັນນີ້, ຍັງໄດ້ຮັບຟັງການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການເຄື່ອນໄຫວ 6 ເດືອນທ້າຍປີ 2022 ຂອງຄະນະພັກຮາກຖານ ສພຂ ຕື່ມອີກ.

#ໂດຍ:ນາລີວັນ.