(ສພຊ) – ຕອນບ່າຍວັນທີ 24 ມິຖຸນານີ້ ທີ່ຫ້ອງປະຊຸມ 426 ສະພາແຫ່ງຊາດ, ໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງຕົນຂຶ້ນຢ່າງເປັນທາງການ ໂດຍການເປັນປະທານຂອງສະຫາຍ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ເລຂາໜ່ວຍພັກຮາກຖານ, ປະທານກຳມາທິການການຕ່າງປະເທດ; ເຂົ້າຮ່ວມ ແລະ ໃຫ້ການໂອ້ລົມຕໍ່ກອງປະຊຸມໂດຍສະຫາຍ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງປະທານສະພາແຫ່ງຊາດ; ມີຜູ້ແທນສົມບູນ, ສະມາຊິກພັກ ແລະ ແຂກຖືກເຊີນ ເຂົ້າຮ່ວມທັງໝົດ 56 ສະຫາຍ, ຍິງ 20 ສະຫາຍ.
ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດແຫ່ງຄວາມສາມັກຄີ, ເປັນເອກະພາບ ແລະ ສະແດງອອກເຖິງຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ; ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳເຫັນຕໍ່ບົດລາຍງານການເມືອງ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນ, ໜ້າທີ່ວຽກງານຈຸດສຸມ ໃນໄລຍະ 5 ປີຕໍ່ໜ້າ (2026-2030) ພ້ອມທັງຜ່ານບົດສຳຫຼວດການນຳພາຂອງຄະນະໜ່ວຍພັກສະໄໝທີ III ຜ່ານມາ ເຊິ່ງໄດ້ຕີລາຄາສູງຕໍ່ຜົນສຳເລັດດ້ານການນຳພາ-ຊີ້ນຳຮອບດ້ານໃນການເຄື່ອນໄຫວວຽກງານຂອງໜ່ວຍພັກ ເປັນຕົ້ນແມ່ນວຽກງານການເມືອງ-ແນວຄິດ, ການກໍ່ສ້າງ ແລະ ຂະຫຍາຍພັກ, ວຽກງານອົງການຈັດຕັ້ງມະຫາຊົນ, ວຽກງານກວດກາ ແລະ ການນຳພາປະຕິບັດໜ້າທີ່ວິຊາສະເພາະ ໂດຍສະເພາະແມ່ນການເຄື່ອນໄຫວຕ່າງປະເທດຂອງສະພາແຫ່ງຊາດ ທີ່ມີຜົນສຳເລັດເປັນກ້າວໆມາ ພ້ອມທັງຊີ້ໃຫ້ເຫັນບາງດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ທີ່ຈະຕ້ອງໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ.
ສໍາລັບທິດທາງແຜນການ 5 ປີຕໍ່ໜ້າ (2026-2030), ໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ ຈະສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ສະມາຊິກພັກ-ພະນັກງານ ຍົກສູງຄຸນທາດການເມືອງ ໂດຍການເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ບັນດາເອກະສານສຳຄັນຂອງພັກ-ລັດ; ປັບປຸງແບບແຜນການນຳພາ ແລະ ວິທີເຮັດວຽກ ບົນຫຼັກການລວມສູນປະຊາທິປະໄຕ; ເອົາໃຈໃສ່ກໍ່ສ້າງໜ່ວຍພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ; ຊີ້ນຳອົງການຈັດຕັ້ງມະຫາຊົນ ໃຫ້ເຄື່ອນໄຫວຕາມພາລະບົດບາດ ແລະ ປັບປຸງກົນໄກການຈັດຕັ້ງ, ສັບຊ້ອນບຸກຄະລາກອນໃຫ້ແທດເໝາະກັບວິຊາສະເພາະ ພ້ອມທັງສືບຕໍ່ນຳພາ-ຊີ້ນຳວຽກງານວິຊາສະເພາະ ເພື່ອຜັນຂະຫຍາຍບັນດາມະຕິກອງປະຊຸມອົງຄະນະພັກສະພາແຫ່ງຊາດ ຄັ້ງທີ V, ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ, ມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ແລະ ແຜນການເຄື່ອນໄຫວ 5 ປີ ຂອງສະພາແຫ່ງຊາດ (2026-2030) ທີ່ປະກອບມີ 5 ແຜນງານ ແລະ 26 ໂຄງການ ໃຫ້ປະສົບຜົນສຳເລັດຢ່າງຈົບງາມ.
ໃນກອງປະຊຸມ, ຜູ້ແທນຍັງໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ ສະໄໝທີ IV ເຊິ່ງມີຜູ້ອອກຮັບສະໝັກ 7 ສະຫາຍ, ຍິງ 1 ສະຫາຍ ແລະ ເລືອກໄດ້ຄະນະໜ່ວຍພັກຊຸດໃໝ່ ຈຳນວນ 5 ສະຫາຍ; ກອງປະຊຸມຄັ້ງປະຖົມມະລືກ ໄດ້ເປັນເອກະສັນເລືອກເອົາສະຫາຍ ໂພໄຊ ໄຂຄຳພິທູນ ເປັນເລຂາ, ສະຫາຍ ເພັດລາ ທັນທະວົງສາ ເປັນຮອງເລຂາ, ສະຫາຍ ໂພສີ ເຕັມເມລາດ ເປັນປະທານກວດກາ, ສະຫາຍ ໄຊປັນຍາ ພົມວິຫານ ແລະ ສະຫາຍ ນາງ ນິດແກ້ວ ຄຳມີ ເປັນກຳມະການໜ່ວຍພັກຮາກຖານ. ພ້ອມກັນນັ້ນ, ຍັງໄດ້ເລືອກຕັ້ງເອົາຜູ້ແທນສົມບູນ 13 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ ເພື່ອໄປເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກສະພາແຫ່ງຊາດ ເຊິ່ງຈະເປີດຂຶ້ນໃນຕໍ່ໜ້າ.
ໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້, ສະຫາຍ ນາງ ສູນທອນ ໄຊຍະຈັກ ໄດ້ໃຫ້ກຽດໂອ້ລົມ ໂດຍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ໜ່ວຍພັກຍາດມາໄດ້ໃນໄລຍະ 5 ປີຜ່ານມາ ເຊິ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນຜົນສຳເລັດລວມຂອງສະພາແຫ່ງຊາດ. ພ້ອມນັ້ນ, ສະຫາຍຍັງໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກຊຸດໃໝ່, ສະມາຊິກພັກ ແລະ ພະນັກງານທຸກສະຫາຍ ຈົ່ງເພີ່ມທະວີຄວາມຮັບຜິດຊອບການເມືອງໃຫ້ສູງຂຶ້ນ, ເຊີດຊູຄວາມເປັນແບບຢ່າງຮອບດ້ານ, ຫັນປ່ຽນການເຄື່ອນໄຫວວຽກງານຕ່າງປະເທດຂອງສະພາແຫ່ງຊາດ ໃຫ້ມີຄຸນນະພາບໃໝ່ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ ພ້ອມທັງສືບຕໍ່ສ້າງໜ່ວຍພັກໃຫ້ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃຫ້ໄດ້ຢ່າງແທ້ຈິງ.
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ຂອງໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງາມ ແລະ ຮັບຮອງເອົາມະຕິກອງປະຊຸມໃຫຍ່ຂອງຕົນຢ່າງເປັນເອກະສັນ.
ໜ່ວຍພັກຮາກຖານກຳມາທິການການຕ່າງປະເທດ ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV
