ຕອນເຊົ້າຂອງວັນທີ 8 ຕຸລາ 2026 ນີ້ຢູ່ທີຫ້ອງປະຊຸມຂອງສະພາປະຊາຊົນແຂວງຫລວງນ້ຳທາ ໜ່ວຍພັກສະພາປະຊາຊົນແຂວງຫລວງນ້ຳທາໄດ້ລວມໜ່ວຍພັກປະຈຳເດືອນຕຸລາ 2026 ໂດຍການເປັນປະທານຂອງ ສະຫາຍ ບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຜູ້ປະຈຳການ ,ມີສະມາຊິກພັກສົມບູນແລະສຳຮອງ ເຂົ້າຮ່ວມທັງໝົດ 26 ສະຫາຍ,ຍິງ 11 ສະຫາຍ.

ໃນກອງປະຊຸມໄດ້ຮັບຟັງບົດລາຍງານການເຄື່ອນໄຫວວຽກງານປະຈຳເດືອນກັນຍາ ແລະ ທິດທາງແຜນການເດືອນຕຸລາ ປີ 2026 ຂອງໜ່ວຍພັກສະພາປະຊາຊົນແຂວງ ພ້ອມທັງ ມີຄຳເຫັນຕຳນິກໍ່ສ້າງຊ່ວຍເຫລືອເຊິ່ງກັນແລະກັນພາຍໃນໜ່ວຍພັກ,

ພ້ອມນັ້ນໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງກອງເລຂາຊ່ວຍວຽກຄະນະໜ່ວຍພັກສະພາປະຊາຊົນແຂວງ ແລະ ມະຕິຕົກລົງວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະໜ່ວຍພັກສະພາປະຊາຊົນແຂວງ,

ພ້ອມດຽວກັນນັ້ນໄດ້ເຊື່ອມຊຶມເອກະສານສຳຄັນຄື ຂໍ້ຫ້າມ 11 ຂໍ້ ສຳລັບສະມາຊິກພັກ ຕາມກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ບົດຄວາມເພີ່ມທະວີການເຮັດວຽກງານການເມືອງ-ແນວຄິດ ທ່າມກາງໄພສົງຄາມລາມໄປສູ່ບັນຫານ້ຳມັນເຊື້ອໄຟລາຄາແພງ.

ໃນຕອນທ້າຍ ສະຫາຍ ບຸນປີ ໄລປະເສີດ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງຜູ້ປະຈຳການ ໄດ້ມີຄຳເຫັນໂອ້ລົມເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ເອົາໃຈໃສ່ຕຳນິກໍ່ສ້າງຊ່ວຍເຫລືຶອເຊິ່ງກັນ ແລະ ກັນ,ປະຕິບັດກົດລະບຽບຂອງພັກໃຫ້ເຂັ້ມງວດ, ເພີ່ມທະວີຕາມສາມັກຄີພາຍໃນ, ຕັ້ງຫນ້າປະຕິບັດໜ້າທີ່ວຽກງານທີ່ຮັບມອບຫມາຍໃຫ້ສໍາເລັດຕາມລະດັບຄາດໝາຍ.
ໂດຍ ນາງ ອຳພອນ ສີປະເສີດ

