
ຕອນບ່າຍຂອງວັນພະຫັດ, ວັນທີ 22 ມິຖຸນາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ເປີກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານປະຈໍາ 6 ເດືອນຕົ້ນປີ 2023, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ໂດຍມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສະມາຊິກພັກສໍາຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.



ໂອກາດດັ່ງກ່າວ, ສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ ຍັງໄດ້ເຊື່ອມຊຶມມະຕິກອງປະຊຸມວິສາມັນຄົບຄະນະບໍລິຫານງານພັກແຂວງ ເປີດກວ້າງສະໄໝທີ IX, ມູນເຊື້ອຂອງພັກ ແລະ ມູນເຊື້ອຂອງອົງຄະນະພັກແຂວງອຸດົມໄຊ ຕື່ມອີກ.

