loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ໜ່ວຍພັກສະພາປະຊາຊົນແຂວງອຸດົມໄຊ ດຳເນີນຊີວິດປະຈຳ 6 ເດືອນຕົ້ນປີ 2022.

ມ.ຖ. 23, 2022 | ເຂດ 4 ອຸດົມໄຊ

ຕອນເຊົ້າຂອງວັນພະຫັດ, ວັນທີ 23 ມິຖຸນາ 2022 ຢູ່ທີ່ຫ້ອງປະຊຸມ ສພຂ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ດຳເນີນຊີວິດປະຈໍາ 6 ເດືອນຕົ້ນປີ 2022, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກ ສພຂ, ເຂົ້າຮ່ວມມີສະຫາຍ ຄຳເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານ ສພຂ, ມີຄະນະໜ່ວຍພັກ, ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນໜ່ວຍພັກ ສພຂ ເຂົ້າຮ່ວມຢ່າງພ້ອມພຽງ.

ການດຳເນີນຊີວິດພັກໃນຄັ້ງນີ້ ຄະນະພັກໄດ້ຜ່ານບົດສະຫລຸບຕີລາຄາການນໍາພາ-ຊີ້ນໍາ ຂອງໜ່ວຍພັກປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2022, ເຊິ່ງຜ່ານການເຄື່ອນໄຫວໃນໄລຍະ 6 ເດືອນຜ່ານມາ, ທາງຄະນພັກໄດ້ເອົາໃຈໃສສຶກສາອົບຮົມການເມືອງ-ແນວຄິດ ແລະ ຂະຫຍາຍມະຫາຊົນກ້າວໜ້າເຂົ້າເປັນສະມາຊິກໄດ້ 9 ສະ ຫາຍ, ຍິງ 5 ສະຫາຍ, ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ການເຄື່ອນໄຫວວຽກງານດ້ານວິຊາສະເພາະ, ພ້ອມທັງປະສານສົມທົບພາກສ່ວນທີ່ກ່ຽວຂ້ອງແກ້ໄຂຄໍາຮ້ອງຂໍຄວາມເປັນທຳຂອງພົນລະເມືອງ ແລະ ຕິດຕາມກວດກາການປະຕີບັດລັດຖະທຳມະນູນ ແລະ ກົດໝາຍ, ບັນດາມະຕິຂອງກອງປະຊຸມ ສພຂ, ການຈັດຕັ້ງປະຕີບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ແລະ ວຽກງານອື່ນໆ ຢ່າງເປັນປົກກະຕິ.

ຫລັງຈາກນັ້ນ, ບັນດາທ່ານສະມາຊິກພັກໄດ້ປະກອບຄໍາຄິດຄໍາເຫັນຕໍ່ບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງເປັນປົກກະຕິ ເພື່ອແນ່ໃສ່ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ສພຂ ມີທັດສະນະຫຼັກໝັ້ນ, ການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ອຸດົມການນຳພາຂອງພັກ, ປະຕິບັດລະບຽບພັກ ແລະ ກົດໝາຍຂອງລັດຢ່າງເຂັ້ມງວດ.

ພາບ/ຂ່າວ: ແສງພອນ ອິນນະລົງ.