ໄຂຂື້ນຢ່າງເປັນທາງການ ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V

ມ.ສ. 25, 2026

ກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V  ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 23 ເມສາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍການເປັນປະທານຂອງທ່ານ ນາງ ມີນາພອນ ໄຊສົມພູ ປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມໂດຍ ທ່ານ ບຸນເຖິງ ດວງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ມີບັນດາທ່ານການນໍາພັກ-ລັດແຂວງ,  ສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 17, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V. ອາດີດການນໍາພັກ-ລັດແຂວງ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.ທ່ານ ນາງ ມີນາພອນ ໄຊສົມພູ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ : ກອງປະຊຸມຄັ້ງງປະຖົມມະລືກຂອງສະພາປະຊາຊົນແຂວງຊຸດທີ V ໄດ້ຈັດຂື້ນ ຢ່າງເປັນທາງການໃນບັນຍາກາດທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ໂຄງການການເມືອງສະບັບທີ 3 ຂອງພັກ ເຂົ້າໃນ ທຸກຂົງເຂດວຽກງານ ແລະ ມີຄວາມເບີກບານມ່ວນຊື່ນ ຕໍ່ຜົນສໍາເລັດຂອງການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ທີ່ຈັດຂຶ້ນໃນວັນທີ 22 ກຸມພາ 2026 ຜ່ານມາ ແລະ ສຳເລັດການສະເຫຼີມ ສະຫຼອງ ບຸນປີໃໝ່ລາວ ພສ 2569 ດ້ວຍບັນຍາກາດ ເບີກບານມ່ວນຊື່ນ ແລະ ມີຄວາມສະຫງົບປອດໄຟ.ໃນກອງປະຊຸມຄັ້ງນີ້,  ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງ ດັ່ງນີ້: ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນ ຂອງການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະ ຂອງສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V; ເລືອກຕັ້ງ ປະທານສະພາປະຊາຊົນຂັ້ນແຂວງ ຕາມການສະເໜີ ຂອງຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຊຸດທີ IV; ເລືອກຕັ້ງ ຮອງປະທານສະພາປະຊາຊົນຂັ້ນແຂວງ ແລະ ກຳມະການຄະນະປະຈຳສະພາປະຊາຊົນຂັ້ນແຂວງ ຕາມການສະເໜີ ຂອງປະທານສະພາປະຊາຊົນຂັ້ນແຂວງ ຊຸດທີ IV; ພິຈາລະນາ, ຮັບຮອງເອົາການສະເໜີແຕ່ງຕັ້ງ ປະທານອົງການກວດກາລັດຂັ້ນແຂວງ ແລະ ຫົວໜ້າ ອົງການຕ້ານການສໍ້ລາດບັງຫຼວງຂັ້ນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນຂັ້ນແຂວງ; ພິຈາລະນາ ຮັບຮອງເອົາ ການແຕ່ງຕັ້ງ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຕາມການສະເໜີ ຂອງຄະນະປະຈໍາສະພາປະຊາຊົນແຂວງ; ພິຈາລະນາ ຮັບຮອງເອົາໂຄງປະກອບກົງຈັກ ຂອງສະພາປະຊາຊົນຂັ້ນແຂວງ ຊຸດທີ V, ພິຈາລະນາ, ຮັບຮອງເອົາ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ 05 ປີ ຂັ້ນແຂວງ(2026-2030) ຕາມການສະເໜີ ຂອງປະທານຄະນະກຳມະການປົກຄອງແຂວງ; ພິຈະລະນາ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 05 (2026-2030) ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພິຈະລະນາ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 05 (2026-2030)ຂອງອົງການກວດກາລັດຂັ້ນແຂວງ, ພິຈະລະນາ ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 05 (2026-2030)ຂອງອົງການກວດສອບພາກໃຕ້, ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ 05 ປີ (2026-2030) ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ພິຈາລະນາ ຮັບຮອງເອົາແຜນການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 05 ປີ 2026-2030.            (ວິນັດ)