
ໃນວັນທີ 2 ເມສາ 2026 ສະພາປະຊາຊົນແຂວງອຸດົມໄຊ ຊຸດທີ V ໄດ້ໄຂກອງປະຊຸມຄັ້ງປະຖົມມະລືກ ຂອງຕົນຂຶ້ນຢ່າງເປັນທາງການ, ທີ່ສະໂມສອນແຂວງ ໂດຍການເປັນປະທານຂອງທ່ານ ຄຳດີ ວົງລ້ອມ ປະທານສະພາປະຊາຊົນແຂວງ ຊຸດທີ IV, ເປັນກຽດເຂົ້າຮ່ວມມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີການນໍາພັກ-ລັດ, ສະມາຊິກສະພາແຫ່ງຊາດ ຊຸດທີ 10 ປະຈໍາເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, 2 ກອງບັນຊາການ ປກຊ-ປກສ, ກອງພົນທະຫານຮາບທີ 3, ອາດີດການນໍາແຂວງ, ອາດີດ ສສຊ-ສສຂ, ແຂກເຊີນຈາກພະແນກການ, ອົງການຈັດຕັ້ງ, ບັນດາທະນາຄານ, ສະຖາບັນການເງິນ, ບໍລິສັດ, ລັດວິສາຫະກິດ ແລະ ອົງການປົກຄອງບ້ານເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດກ່າວໄຂກອງປະຊຸມ ທ່ານ ຄຳດີ ວົງລ້ອມ ປະທານກອງປະຊຸມໄດ້ກ່າວວ່າ: ການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ຄັ້ງນີ້ ເປັນກອງປະຊຸມທີ່ມີຄວາມ ໝາຍສໍາຄັນຍິ່ງ ເພາະເປັນກອງປະຊຸມຄັ້ງທໍາອິດ ແລະ ເປັນການເລີ່ມຕົ້ນການເຄື່ອນໄຫວປະຕິບັດພາລະບົດບາດສິດ ແລະ ໜ້າທີ່ ຂອງສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V ແລະ ຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສໍາຄັນພື້ນຖານຂອງແຂວງໃນໄລຍະ 5 ປີຕໍ່ໜ້າເຊັ່ນ:


– ຮັບຟັງການລາຍງານ ຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ກ່ຽວກັບຜົນການເລືອກຕັ້ງ ແລະ ການຢັ້ງຢືນ ຄຸນລັກສະນະ ຂອງສະມາຊິກສະພາແຫ່ງຊາດ ຊຸດທີ X, ສະມາຊິກສະພາປະຊາຊົນແຂວງ ຊຸດທີ V;
– ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງສະພາປະຊາຊົນແຂວງ ຊຸດທີ V;
– ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບບຸກຄະລາກອນ ຂອງຄະນະກຳມະການປົກຄອງແຂວງ;
– ພິຈາລະນາ, ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດໃນໄລຍະ 5 ປີ(2026-2030) ຂອງຄະນະກຳມະການປົກຄອງແຂວງ;
– ພິຈາລະນາ, ຮັບຮອງເອົາ ແຜນການສ້າງ ແລະ ປັບປຸງນິຕິກຳ 5 ປີ (2026-2030) ຂອງຄະນະກຳມະການ ປົກຄອງແຂວງ:
– ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈຳພາກເໜືອ II, 5 ປີ (2026-2030);
– ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນ ໄຫວວຽກງານ ຂອງອົງການກວດກາລັດແຂວງໃນໄລຍະ 5 ປີ (2026-2030);
– ພິຈາລະນາ, ຮັບຮອງເອົາ ແຜນການເຄື່ອນໄຫວວຽກງານ ຂອງສານປະຊາຊົນແຂວງ ແລະ ອົງການໄອະຍະການ ປະຊາຊົນແຂວງໃນໄລຍະ 5 ປີ(2026-2030);
– ພິຈາລະນາ, ຮັບຮອງເອົາ ບົດລາຍງານແຜນການເຄື່ອໄຫວວຽກງານໃນໄລຍະ 5 ປີ(2026-2030) ຂອງສະພາ ປະຊາຊົນແຂວງ ຊຸດທີ V.




ກອງປະຊຸມຄັ້ງນີ້ ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຈະໄດ້ພ້ອມກັນຍົກສູງຄວາມ ຮັບຜິດຊອບທາງການເມືອງ, ສຸມທຸກສະຕິປັນຍາ, ຄວາມຮູ້ຄວາມສາມາດຂອງຕົນເຂົ້າໃນການຄົ້ນຄວ້າ, ພິຈາລະນາ ແລະ ປະກອບຄຳເຫັນຢ່າງມີປະຊາທິປະໄຕ ແລະ ຖືກຕ້ອງສອດຄ່ອງຕາມກົດໝາຍ ກ້າວໄປເຖິງການຕົກລົງ ແລະ ຮັບຮອງເອົາເນື້ອໃນທີ່ນຳມາພິຈາລະນາໃນກອງປະຊຸມຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

ຕະຫຼອດໄລຍະການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ໄດ້ເປີດໂທລະສັບສາຍດ່ວນ (081 156 ໂທໂດຍບໍ່ເສຍຄ່າ ຫຼື ຈະສົ່ງເປັນລາຍລັກອັກສອນ ມາຫາສະພາປະຊາຊົນແຂວງ) ເພື່ອຮັບເອົາຄໍາຄິດເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າ ມາຍັງກອງປະຊຸມ, ຕໍ່ກັບບັນຫາທີ່ພົວພັນ ເຖິງການຄຸ້ມຄອງບໍລິຫານລັດ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ, ການພັດທະ ນາທີ່ມີຜົນກະທົບຕໍ່ ສັງຄົມ, ສິ່ງແວດລ້ອມ ແລະ ບັນຫາອື່ນໆທີ່ສັງຄົມໃຫ້ຄວາມສົນ ໃຈ.ຂ່າວ: ສະພາປະຊາຊົນແຂວງ.
