loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ແຜນງານເຊກາ ມອບອຸປະກອນສື່ສານ ມູນຄ່າ 130 ລ້ານກີບ ໃຫ້ ສພຂ ຫລວງນໍ້າທາ

ມ.ຖ. 15, 2022 | SlideMobile, ຂ່າວກອງປະຊຸມ

​    (ສພຊ) ສະພາແຫ່ງຊາດ (ສພຊ) ໄດ້ນຳເອົາເຄື່ອງສື່ສານທີ່ທັນສະໄໝ ສະມາດບອດ (VIEWSONIC IFP6570) ທີ່ໄດ້ຮັບການຊ່ວຍເຫລືອຈາກແຜນງານເຊກາ ມູນຄ່າ 130 ລ້ານກວ່າກີບ ມອບໃຫ້ສະພາປະຊາຊົນແຂວງຫລວງນໍ້າທາ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານເຊັ່ນ: ຈັດກອງປະຊຸມແບບອອນລາຍທາງໄກ, ຝິກອົບຮົມ ແລະ ການສຳມະນາຕ່າງໆ ຂອງສະພາປະຊາຊົນແຂວງ; ກ່າວມອບໂດຍທ່ານ ສິງຄໍາ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ ແລະ ກ່າວຮັບໂດຍທ່ານ ກົງເພັດ ແກ້ວບົວພາ ຮອງປະທານສະພາປະຊາຊົນແຂວງຫລວງນໍ້າທາ; ທັງນີ້ກໍເພື່ອຍົກສູງການຫັນເປັນທັນສະໄໝ ໃນການນໍາໃຊ້ອຸປະກອນສື່ສານໄອທີເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງສະພາປະຊາຊົນແຂວງຫລວງນໍ້າທາ.

ພິທີມອບ-ຮັບດັ່ງກ່າວ ຈັດຂຶ້ນໃນຕອນບ່າຍວັນທີ 10 ມີນາຜ່ານມາ, ທີ່ສະພາປະຊາຊົນແຂວງຫລວງນໍ້າທາ ໂອກາດດັ່ງກ່າວ, ທ່ານ ສິງຄໍາ ວົງພະຈັນ ພ້ອມດ້ວຍຄະນະ ຍັງໄດ້ຕິດຕາມຊຸກຍູ້ ແລະ ເກັບກໍາຂໍ້ມູນການເຄື່ອນໄຫວວຽກງານ ຂອງຄະນະເລຂາທິການສະພາປະຊາຊົນແຂວງ  ເຊິ່ງໄດ້ຮັບຟັງລາຍງານສະພາບລວມອັນພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານ ພາຍໃນຄະນະເລຂາທິການສະພາປະຊາຊົນແຂວງໃນໄລຍະຜ່ານມາ ເປັນຕົ້ນ ຍົກໃຫ້ເຫັນເຖິງຜົນງານດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ໃນການເປັນເສນາທິການໃຫ້ແກ່ຄະນະປະຈໍາສະພາປະຊາຊົນແຂວງ ແລະ ສະມາຊິກສະພາປະຊາຊົນແຂວງ ໂດຍສະເພາະວຽກງານເນື້ອໃນ, ວຽກງານຈັດຕັ້ງພະນັກງານ, ວຽກງານກວດກາ, ວຽກງານຄຸ້ມຄອງຫ້ອງການ, ວຽກງານບໍລິຫານ, ພິທິການ, ວຽກງານການເງິນ ແລະ ວຽກງານສື່ມວນຊົນຈາກທ່ານ ຂັດ ໝັ້ນທະໄລ ຮອງເລຂາທິການສະພາປະຊາຊົນແຂວງ; ພ້ອມດຽວກັນ ບັນດາທ່ານເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນບົດຮຽນ, ປະກອບຄຳຄິດຄໍາເຫັນຕໍ່ວຽກງານຂອງຄະນະເລຂາທິການຢ່າງມີຈຸດສຸມ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນການເປັນເສນາທິການໃຫ້ດີຂຶ້ນກວ່າເກົ່າ.

ໃນໂອກາດນີ້ ຄະນະ ຍັງໄດ້ຂົ້າພົບທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ ເພື່ອແຈ້ງຈຸດປະສົງຂອງການເຄື່ອນໄຫວວຽກງານຄັ້ງນີ້.

(ຂ່າວ: ນາງ ວັນນີ ແຝງບົວວັນ; ພາບ: ອານຸສອນ ພູມມີທອນ)