ອີງຕາມລັດຖະດຳລັດ ຂອງປະທານປະເທດ ເລກທີ 015/ປປທ, ລົງວັນທີ 30 ມັງກອນ 2026 ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ( 2 ທັນວາ 1975 ) ໃຫ້ແກ່ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ຂອງແຂວງເຊກອງ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈໍານວນ 5.113 ທ່ານ, ຍິງ 1.130 ທ່ານ ໂດຍລັດຖະດຳລັດ ສະບັບນີ້ ໄດ້ມອບໃຫ້ ນາຍົກລັດຖະມົນຕີ ຊີ້ນໍາຈັດ ຕັ້ງປະຕິບັດ ໃຫ້ຖືກຕ້ອງ ແລະ ສົມກຽດ.

ຕາມໃບມອບສິດ ຂອງນາຍົກລັດຖະມົນຕີ ເລກທີ 20/ນຍ, ລົງວັນທີ 6 ກຸມພາ 2026 ມອບສິດໃຫ້ ປະທານຄະນະກຳມະການປົກຄອງແຂວງເຊກອງ ຕາງໜ້າໃຫ້ລັດຖະບານ ເປັນກຽດປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ພະນັກງານ-ລັດຖະກອນ ປະຈໍາການ 3.463 ທ່ານ, ຍິງ 875 ທ່ານ, ພະນັກງານ-ລັດ ຖະກອນ ບໍານານ 800 ທ່ານ, ຍິງ 155 ທ່ານ ແລະ ນັກທຸລະກິດ, ຜູ້ປະກອບການ, ອົງການປົກຄອງບ້ານ ຈໍານວນ 850 ທ່ານ, ຍິງ 100 ທ່ານ.

ໃນຕອນແລງ ວັນທີ 22 ກໍລະກົດ 2026 ທີ່ຜ່ານມາ ແຂວງເຊກອງ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ພະນັກງານ-ລັດຖະກອນ ປະຈໍາການ ແລະ ບໍານານ ຢູ່ທີ່ສະ ໂມສອນແຂວງ, ໃຫ້ກຽດປະດັບຫຼຽນ ແມ່ນທ່ານ ບຸນຫຼາຍ ບຸດທິ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ.

————
ຂ່າວ: ແພງຕາ
