loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ແຂວງສາລະວັນ ປາຖະກະຖາ ສອງວັນປະຫວັດສາດ ແລະ ເຜີຍແຜ່ເອກະສານສຳຄັນຂອງຊາດ

ສ.ຫ. 22, 2022 | ເຂດ 14 ສາ​ລະ​ວັນ

(ສພຂ) ສະພາປະຊາຊົນແຂວງ (ສພຂ) ສົມທັບກັບ ຄະນະໂຄສະນາອົບຮົມແຂວງສາລະວັນ ຈັດພິທີປາຖະກະຖາ ວັນລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022) ແລະ ວັນຢຶດອຳນາດ ຄົບຮອບ 47 ປີ (23 ສິງຫາ 1975-23 ສິງຫາ 2022) ແລະ ເຜີຍແຜ່ມະຕິກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສພຂ ສາລະວັນ ຊຸດທີ II ຕິດພັນກັບການພົບປະຜູ້ມີສິດເລືອກຕັ້ງ ຢູ່ເທດສະບານແຂວງສາລະວັນ ໃນຄັ້ງວັນທີ 18 ສິງຫາ 2022 ຢູ່ທີ່ສະໂມສອນຂອງວິທະຍາໄລຄູສາລະວັນ; ໂດຍໃຫ້ກຽດປາຖະກະຖາ 2 ວັນປະຫວັດສາດຂອງ ທ່ານ ຈັນສະໝອນ ພົມມະແສງ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເຜີຍແຜ່ມະຕິໂດຍ ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານ ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 14 ແລະ ທ່ານ ນາງ ສູນໄຖ ໄຊຍະແສງ ກຳມະການພັກແຂວງ ຮອງປະທານ ສພຂ, ເຂົ້າຮ່ວມຮັບຟັງມີບັນດາທ່ານຕາງໜ້າຈາກພະແນກການອ້ອມຂ້າງແຂວງ, ກົມກອງ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ເຂົ້າຮ່ວມຮັບຟັງທັງໝົດເກືອບ 300 ທ່ານ.

ການຈັດພິທີໃນຄັ້ງນີ້, ເພື່ອເປັນການໂຄສະນາ ແລະ ຫວນຄືນວັນທີ່ມີຄວາມໝາຍ ຄວາມສຳຄັນຂອງຊາດ ໃຫ້ຖັນແຖວພະນັກງານ-ລັດຖະກອນ, ຫະຫານ, ຕຳຫຼວດ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ໄດ້ຮັບຮູ້ເຊື່ອມຊຶມ ຕໍ່ກັບຜົນສຳເລັດການປະກາດໃຊ້, ຄວາມເອກອ້າງທະນົງໃຈທີ່ໄດ້ມີລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ ເຫດການສຳຄັນທາງປະຫວັດສາດ ເປັນວັນແຫ່ງມະຫາສາມະຄີ-ຄວາມມະນາຈິດ ເປັນວັນເສຍສະຫຼະຕໍ່ສູ້ ເອົາຊະນະຕໍ່ສັດຕູ ສາມາດຢຶດອຳນາດ ແລະ ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຂຶ້ນຢ່າງເປັນທາງການ; ທັງເປັນໂອກາດທີ່ສຳຄັນໃຫ້ຜູ້ແທນປະຊາຊົນ ໄດ້ລົງພົບປະຢ້ຽມຢາມຖາມຂ່າວ ຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ ປຸກລະດົມໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ທັງເຂົ້າຮ່ວມໃນການປະຕິບັດແນວທາງນະໂຍບາຍພັກ-ລັດ, ລັດຖະທຳມະນູນ, ກົດໝາຍ, ມະຕິກອງປະຊຸມຕ່າງໆ ທີ່ສຳຄັນຂອງສະພາແຫ່ງຊາດ (ສພຊ) ແລະ ສພຂ, ລາຍງານຜົນການເຄື່ອນໄຫວວຽກງານຕໍ່ປະຊາຊົນ ໃນເຂດເລືອກຕັ້ງຂອງຕົນ, ເກັບກຳ ແລະ ນຳເອົາຄວາມຄິດຄວາມເຫັນເພື່ອນຳສະເໜີພາກສ່ວນທີ່ກ່ຽວຂ້ອງຫາທາງແກ້ໄຂ.

 

ພາບ-ຂ່າວ: ດີລຳພົນ ພົມມະຈັນ