ແຂວງວຽງຈັນ ທາບທາມຄວາມໄວ້ວາງໃຈຕໍ່ການນໍາພາຂອງຄະນະບໍລິຫານງານພັກແຂວງສະໄໝທີ VI

ມ.ຖ. 5, 2023 | SlideMobile, ຂ່າວເດັ່ນ

ກອງປະຊຸມທາບທາມ ຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງວຽງຈັນ ກາງສະໄໝທີ VI ໄດ້ໄຂຂຶ້ນໃນວັນທີ 29 ພຶດສະພາ 2023ນີ້ ທີ່ຫ້ອງວ່າການປົກຄອງແຂວງ ວຽງຈັນ, ໂດຍການເປັນປະທານຂອງສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນ, ພ້ອມດ້ວຍບັນດາສະຫາຍຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການຄະນະບໍລິຫານງານພັກແຂວງ, ເມືອງ ແລະ ອົງຄະນະພັກສອງກຳລັງ ປກຊ-ປກສ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ: ສະຫາຍ ຄຳພັນ ສິດທິດຳພາກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງວຽງຈັນໄດ້ກ່າວວ່າ: ຕະຫຼອດໄລຍະເວລາ 2 ປີເຄິ່ງ ຜ່ານມາໄດ້ພ້ອມກັນສູ້ຊົນຈັດຕັ້ງຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ VI ຂອງອົງຄະນະພັກແຂວງ ເຮັດໃຫ້ແຂວງວຽງຈັນ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄະນະພັກ-ອົງການປົກຄອງແຕ່ລະຂັ້ນໄດ້ຮັບການປັບປຸງ ຢ່າງເປັນລະບົບກາຍເປັນປັດໄຈເອື້ອອໍານວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການນໍາເນີນທຸລະກິດ, ການຜະລິດ, ການບໍລິການ ແລະ ການລົງທຶນພາຍໃນ ແລະ ຕ່າງປະເທດ ເຊິ່ງໄດ້ສົ່ງຜົນໃຫ້ເສດຖະກິດຂອງແຂວງມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ພື້ນຖານໂຄງລ່າງທາງດ້ານການຄົມມະນາຄົມ-ການສືສານ, ທາງດ້ານສາທາລະນະສຸກ ແລະ ສຶກສາໄດ້ຮັບການປັບປຸງ, ດ້ານວັດທະນາທຳ-ສັງຄົມໄດ້ຮັບການບູລະນະຮັກສາ ແລະ ເສີມຂະຫຍາຍ, ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານ, ກໍາລັງປະກອບອາວຸດ ແລະ ປະ ຊາຊົນບັນດາເຜົ່າ ທັງດ້ານວັດຖຸ ແລະ ຈິດໃຈນັບມື້ນັບດີຂຶ້ນ, ຄວາມທຸກຍາກຂອງພໍ່ແມ່ປະຊາຊົນໄດ້ຮັບການແກ້ໄຂຫຼຸດລົງເປັນກ້າວໆ; ວຽກງານຫຼາຍບັນຫາໄດ້ຮັບແກ້ໄຂ, ຄຽງຄູ່ກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ການສະກັດກັ້ນ-ແກ້ໄຂບັນຫາຢາເສບຕິດ. ຂະບວນການກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ ຕິດພັນກັບການສ້າງແຂວງເປັນຫົວໜ່ວຍຍຸດທະສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ, ສ້າງບ້ານເປັນຫົວໜ່ວຍພັດທະນາ, ສ້າງບ້ານໃຫຍ່ໃຫ້ກາຍເປັນສີສັນຕົວເມືອງນ້ອຍໃນຊົນນະບົດ ກໍ່ໄດ້ຮັບການຊຸກຍູ້ ຫຼາຍມາດຖານກໍ່ສາມາດບັນລຸໄດ້ ເຮັດໃຫ້ລະບົບການເມືອງ ຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງໜັກແໜ້ນ; ທັງໝົດທີ່ໄດ້ກ່າວມານັ້ນ ໄດ້ຢັ້ງຢືນເຫັນຄວາມສາມັກຄີເປັນເອກະພາບ ພາຍໃຕ້ການນໍາພາຂອງພັກ ແລະ ຄວາມສໍາພັນແບບກາຍອີນຊີລະຫວ່າງພັກກັບປະຊາຊົນ, ທັງຢັ້ງຢືນເຖີງຄວາມຮັບຜິດຊອບການເມືອງຂອງທົ່ວພັກ ແລະ ປະຊາຊົນບັນດາເຜົ່າຕໍ່ອານາຄົດຂອງປະເທດຊາດ ເວົ້າສະເພາະກໍ່ຄືແຂວງວຽງຈັນ.
ໂອກາດນີ້, ສະຫາຍ ປອ. ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ຜູ້ຊີ້ນຳແຂວງວຽງຈັນ ກໍມີຄໍາເຫັນຊີ້ນໍາເພື່ອເປັນທິດທາງໃຫ້ແກ່ຜູ້ແທນກອງປະຊຸມໃນການຄົ້ນຄິດພິຈາລະນາໃຫ້ຖີ່ຖ້ວນ ກ່ຽວກັບການໃຊ້ສິດຂອງຕົນໃນການທາບທາມຄວາມໄວ້ວາງໃຈເພື່ອຮັບປະກັນໃນການໃຫ້ຂໍ້ມູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ມີປະສິດທິຜົນສູງໂດຍປະຕິບັດຕາມຫຼັກການຂອງພັກໃຫ້ໜັກແໜ້ນ.
ຈາກນັ້ນກໍມີການປ່ອນບັດລົງຄະແນນສຽງທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນຄະນະບໍລິຫານງານພັກແຂວງວຽງຈັນ ກາງສະໄໝທີ VI.