ເລຂາທິການໃຫຍ່ AIPA ສະແດງຄວາມເສຍໃຈຕໍ່ການຈາກໄປຂອງປະທານສະພາແຫ່ງຊາດ ສປປລາວ

ສ.ຫ. 11, 2026

(ສພຊ) – ວັນທີ 10 ສິງຫາ 2026, ທ່ານ ດຣ. ເຊມ ວິທະຍາ (Chem Widhya) ເລຂາທິການໃຫຍ່ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ ຫຼື ໄອປາ (AIPA) ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການມໍລະນະກໍາຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ.
ທ່ານ ດຣ. ເຊມ ວິທະຍາ ໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ແລະ ຍ້ອງຍໍຊົມເຊີຍຕໍ່ການອຸທິດຕົນຮັບໃຊ້ປະເທດຊາດ ແລະ ມຸ່ງໝັ້ນຢ່າງໜັກແໜ້ນຕໍ່ການທູດລັດຖະສະພາຂອງທ່ານ ໄຊສົມພອນ ພົມວິຫານ. ໃນຖານະເປັນປະທານ AIPA ແຕ່ປີ 2023 ຫາ 2024, ທ່ານໄດ້ປະກອບສ່ວນອັນລ້ຳຄ່າໃນການເສີມສ້າງການຮ່ວມມື, ການສົນທະນາ ແລະ ຄວາມສາມັກຄີລະຫວ່າງລັດຖະສະພາ ແລະ ປະຊາຊົນໃນອາຊີຕາເວັນອອກສຽງໃຕ້ ແລະ ປະເທດອື່ນໆ.
AIPA ຂໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ຄອບຄົວຂອງທ່ານ ໄຊສົມພອນ ພົມວິຫານ, ສະພາແຫ່ງຊາດ ແຫ່ງ ສປປລາວ ແລະ ປະຊາຊົນຊາວລາວ. ມໍລະດົກແຫ່ງການຮັບໃຊ້, ການອຸທິດຕົນ ແລະ ຄວາມມຸ່ງໝັ້ນໃນການສົ່ງເສີມການຮ່ວມມືລັດຖະສະພາຂອງທ່ານ ຈະຍັງຄົງເປັນສ່ວນສຳຄັນແຫ່ງຄວາມຊົງຈຳຂອງ AIPA ແລະ ຈະເປັນແຮງບັນດານໃຈໃຫ້ແກ່ສະມາຊິກລັດຖະສະພາຮຸ່ນຕໍ່ໆໄປ.
ຂໍໃຫ້ທ່ານຈົ່ງໄປສູ່ສຸຂະຕິ.