ດັ້ນກີບເມກ
ສັດທາທີ່ຕື້ນບາງ ຈະນຳມາເຊິ່ງຄວາມສັບສົນ; ສັດທາທີ່ຫຼາຍກວ່າປັນຍາ ຈະນຳມາເຊິ່ງຄວາມທຸກຂາດທິດທາງການດຳເນີນຊີວິດ ດັ່ງນັ້ນ, ຈຶ່ງມີຄຳຖາມວ່າ ເຮັດແນວໃດສະຕິປັນຍາຈຶ່ງຈະພອກພູນເກີດຂຶ້ນແກ່ຊາວພຸດລາວ…? ບໍ່ແມ່ນວ່າທຸກງານບຸນ ຜູ້ເທດກໍພຽງແຕ່ອະທິບາຍແຕ່ເລື່ອງການໃຫ້ທານ; ການມີສັດທາຖວາຍປັດໄຈ; ຫຼາຍງານບຸນນັ້ນ ຜູ້ນຳພາເນັ້ນແຕ່ເລື່ອງສັດທາຕາມທີ່ຜູ້ຂຽນສັງເກດເຫັນ.
ກິດຈະກຳສ້າງສັນປັນຍາ, ຄວາມຮູ້ໃນຫຼັກທຳມະປາກົດ ມີໜ້ອຍຍັງບໍ່ພຽງພໍໃຫ້ຊາວພຸດໄດ້ສຳຜັດ, ໄດ້ເຂົ້າຮ່ວມພັດທະນາ ຖ້າວ່າສັງຄົມພຸດຫາກພຽງແຕ່ເນັ້ນເຮັດບຸນພຽງພິທີກຳ-ພຽງເພື່ອສະບາຍໃຈ ຄວາມທຸກກໍຈະເຂົ້າມາຢາມໄດ້ທຸກເວລາ ເພາະຂາດປັນຍາຊັ່ງຊາ-ຕັດສິນ; ເວົ້າແບບນີ້ ບໍ່ແມ່ນວ່າຜູ້ຂຽນອວດເກັ່ງດອກ ພຽງແຕ່ເວົ້າຈາກໄດ້ຍີນຫາງສຽງ-ເວົ້າຈາກໄດ້ສັງເກດໂຕຈິງ ເຊິ່ງມີຄຳພັງເພີຍແດກດັນວ່າ: ເວົ້າເລື່ອງວິໄນ ຜິດໃຈພະ ເວົ້າເລື່ອງທຳມະ ຜິດໃຈໂຍມ: ຖ້າຫາກຈັບເອົາມາໄຈ້ແຍກຕາມໂຕອັກສອນພຸດທະບໍລິສັດບາງປະເທດ ກໍປົກປິດເຊື່ອງຊ້ອນໄວ້ບໍ່ໃຫ້ຄົນອື່ນຮູ້ ຂໍ້ປະຕິບັດຂອງຕົນ ຍົກຕົວຢ່າງ: ວິໄນຂໍ້ໜຶ່ງ ບອກວ່າ ຖ້າພະເວົ້າປະຈົບປະແຈງຊາວບ້ານ (ຄົນລວຍ) ຫຼື ເວົ້າຫາປະໂຫຍດເຂົ້າຕົນຈະຜິດວິໄນຂໍ້ໃດ? ຊາວບ້ານກໍຈະຕອບບໍ່ໄດ້ ແລະ ບໍ່ຮູ້ຊໍ້າວ່າມີວິໄນຂໍ້ນີ້, ຊາວບ້ານເອງ ກໍເຊັ່ນດຽວກັນ ມີປາກົດການວັນສີນບໍ່ລະ ວັນພະບໍ່ວາງ ຂໍແຕ່ວ່າງມີປັດໄຈມີສະຫຼອງຊອງແຊວຕໍາຈອກ ບາດສວ່າງເມົາຈຶ່ງຮູ້ເມື່ອວ່າໝົດທັງເງິນ ເສຍທັງເວລາ; ສັດທາຄືຄວາມເຊື່ອເປັນສິ່ງທີ່ດີ ເປັນພື້ນຖານຕ້ອງກ້າວໄປສູ່ການສຶກສາໃຫ້ຮູ້ແຈ້ງເປັນແວ່ນແຍງແກ່ກັນໄດ້, ເປີດໃຈໃຫ້ທຸກຝ່າຍສ່ອງແສງໄດ້ ແລະ ຫງ່ຽງຫູຟັງຄົນອ້ອມຂ້າງວ່າເຂົາໂສກັນເລື່ອງໃດ.
ສັດທາເປັນສິ່ງທີ່ດີ ແຕ່ຢ່າລືມສ້າງປັນຍາ, ຢ່າລືມເວົ້າ, ເທດ, ອະທິບາຍທາງເກີດປັນຍາ, ປັນຍາຮູ້ແຈ້ງໃນຫຼັກທຳມະ, ຫຼັກການດຳເນີນຊີວິດບໍ່ໃຫ້ຜິດພາດຄືສີນທຳຄ້ອງໃຈໄວ້ ຊາວບ້ານໃຫ້ທານ ຊາວວັດກໍຕ້ອງໃຫ້ປັນຍາແດ່ເດີ!