

ວັນທີ 13 ກໍລະກົດ 2026 ນີ້ ທີ່ຫ້ອງວ່າການເມືອງໄຊເສດຖາ, ແຂວງອັດຕະປື ໄດ້ຈັດພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາ ຊົນແຂວງປະຈຳເຂດເລືອກຕັ້ງເມືອງ (ຜູ້ເກົ່າ ແລະ ຜູ້ໃໝ່), ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພູວັນ ພົມມະຈັນ ຄະນະປະຈໍາພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ ເລຂາພັກເມືອງໄຊເສດຖາ, ມີບັນດາທ່ານການນໍາຂອງເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າ ຮ່ວມ.ໃນພິທີທ່ານ ຄໍາແບນແກ້ວ ນີສະຫວັນ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງໄຊເສດຖາ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 60/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ປະກອບມີ:ທ່ານ ສົມໄຊ ແກ້ວມະນີວັນ ກຳມະການພັກແຂວງ ເລຂາພັກເມືອງໄຊເສດຖາ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ, ທ່ານ ສໍສົມຊາຍ ພົມມະຈັກ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ, ທ່ານ ຂັນທະລອນ ພອນວັນນາ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ແສງອາລຸນ ກຸນລະວົງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ນາງ ດວງມີໄຊ ສິດທະປະເສີດ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ. ພ້ອມນີ້,ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການສ້າງຕັ້ງກົງຈັກຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງການ, ພະນັກງານເຂົ້າໃສ່ຫ້ອງການ ຄະນະສະມາຊິກສະພາປະຊາ ຊົນແຂວງ ປະຈຳເມືອງອີກຈໍານວນໜຶ່ງ.ໃນພິທີກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ອຸດສະຫະ ກົມມະເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ IV ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ) ແລະ ທ່ານ ສົມໄຊ ແກ້ວມະນີວັນ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ Vປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່) ໂດຍຊ່ອງໜ້າບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານ.ໃນຕອນທ້າຍພິທີ, ທ່ານ ພູວັນ ພົມມະຈັນ ມີທິດຊີ້ນໍາ ແລະ ໂອ້ລົມ ໂດຍໄດ້ຍ້ອງຍໍຊົມເຊີຍຜົນງານຂອງຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຊຸດເກົ່າ ແລະ ເນັ້ນໜັກໃຫ້ຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ ຊຸດໃໝ່ ເອົາໃຈໃສ່ຈັດຕັ້ງປະຕິ ບັດວຽກງານໃນໄລຍະໃໝ່ ດັ່ງນີ້: ຍົກສູງທາງດ້ານການເມືອງ, ເພີ່ມທະວີຄວາມສາມັກຄີ, ເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕ, ຍົກສູງການພົວພັນປະສານງານຢ່າງກົມກຽວກັບອົງການປົກ ຄອງເມືອງ ເພື່ອຍົກສູງຄຸນນະພາບການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ແຜນພັດທະນາໃຫ້ມີຜົນສັກສິດ, ເພີ່ມທະວີການລົງຮາກຖານ ເພື່ອໂຄສະນາເຜີຍແຜ່ລັດຖະທຳມະນູນ ແລະ ກົດໝາຍ; ພ້ອມທັງເກັບກຳ, ສັງລວມຄຳຄິດຄຳເຫັນ ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ເພື່ອລາຍງານຕໍ່ສະພາປະຊາຊົນແຂວງ ຢ່າງທັນການ.
ຂ່າວ: ວິນັດ

