
ພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງເມືອງພູວົງ (ຜູ້ເກົ່າ ແລະ ຜູ້ໃໝ່) ຈັດຂື້ນຢ່າງເປັນທາງການ, ໃນວັນທີ 21 ກໍລະກົດ 2026, ທີ່ສະໂມສອນເມືອງພູວົງ, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ອ່ອນໃສ ມຽງລາວັນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ ເລຂາພັກເມືອງ, ມີບັນດາທ່ານການນໍາຂອງເມືອງ, ສສຂ ປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມ. ໃນພິທີທ່ານ ນາງ ຂັນດາວອນ ໄຊສະຫວ່າງ ຄະນະປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງພູວົງ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 62/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງ, ປະກອບມີ: ທ່ານ ດາບແກ້ວ ໄຊຍະແສງ ກຳມະການພັກແຂວງ ເລຂາພັກເມືອງພູວົງ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ, ທ່ານ ຄໍາປຸນ ແກ້ວປະເສີດ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສສຂ ປະຈໍາເຂດເລືອກຕັ້ງເມືອງ, ທ່ານ ສຸກດາວເຮືອງ ຜິວຄໍາພັນ ກໍາມະການພັກເມືອງ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ນາງ ສຸກວິໄລ ວຽງໄຊ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ, ທ່ານ ແສງປະດິດ ສຸດນາມສຸລິນ ສສຂ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ. ພ້ອມນີ້,ຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ທ່ານ ທອງໄມ ໄຊຍະລາດ ພະນັກງານສັງກັດຢູ່ ປກສ ເມືອງ ເປັນຮອງຫົວໜ້າຫ້ອງການຄະນະ ສສຂ ປະຈໍາເມືອງ, ແຕ່ງຕັ້ງທ່ານ ນາງ ວັນຊັບ ສິນນິລາດ ສັງກັດຫ້ອງວ່າການເມືອງ ເປັນຫົວໜ້າໜ່ວຍງານບໍລິຫານ-ການເງີນຫ້ອງການຄະນະ ສສຂ ປະຈໍາເມືອງ. ນອກນັ້ນ, ໃນພິທີຍັງໄດ້ມອບໃບຍ້ອງຍໍ ຂອງປະທານຄະນະກໍາມະການປົກຄອງເມືອງ ໃຫ້ແກ່ຄະນະ ສສຂ ຊຸດທີ IV ປະຈໍາເຂດເລືອກຕັ້ງເມືອງພູວົງ ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານຮອບດ້ານ ໃນໄລຍະ 5 ປີ ຜ່ານມາ, ຈາກນັ້ນ, ກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ທ່ານ ຄໍາໃບ ແກ້ວມະນີ ຫົວໜ້າຄະນະ ສສຂ ຊຸດທີ IV ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ) ແລະ ທ່ານ ດາບແກ້ວ ໄຊຍະແສງ ຫົວໜ້າຄະນະ ສສຂ ຊຸດທີ Vປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່) ໂດຍຊ່ອງໜ້າຜູ້ເຂົ້າຮ່ວມເປັນສັກຂີພິຍານ. ໃນໂອກາດທີ່ມີຄວາມໝາຍສໍາຄັນນີ້ ທ່ານ ຮອງປະທານສະພາປະຊາຊົນແຂວງ ໄດ້ໂອ້ລົມ ແລະ ມີທິດຊີ້ນຳຕໍ່ພິທີ, ເຊິ່ງສະແດງຄວາມຊົມເຊີຍຜົນງານທີ່ຄະນະ ສສຂ ປະຈຳເຂດເລືອກຕັ້ງເມືອງພູວົງ ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງເຊື່ອໝັ້ນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ທີ່ຈະຕ້ອງເພີ່ມພູນຄູນສ້າງຄວາມສາມັກຄີ ແລະ ຄວາມຮັບຜິດຊອບທາງການເມືອງ ຢ່າງໜັກແໜ້ນ, ເອົາໃຈໃສ່ລົງ ໃກ້ຊິດກັບປະຊາຊົນ, ເກັບກຳຄຳສະເໜີ, ຄວາມຄິດຄວາມເຫັນ ແລະ ຄວາມຕ້ອງການທີ່ແທ້ຈິງຂອງປະຊາຊົນບັນດາເຜົ່າ ເພື່ອນຳເຂົ້າສູ່ກົນໄກການຄົ້ນຄວ້າພິຈາລະນາ, ສືບຕໍ່ສູມໃສ່ການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສົມຄົມ ແລະ ແຜນງົບປະມານຂອງເມືອງ ໃຫ້ມີຄວາມໂປ່ງໃສ, ຖືກຕ້ອງຕາມລະບຽບກົດໝາຍ, ປະສານງານຢ່າງກົມກຽວກັບອົງການປົກຄອງເມືອງ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາເຄັ່ງຮ້ອນຂອງສັງຄົມໃຫ້ທັນທ່ວງທີ.
(ວິນັດ)

