ເມືອງຊານໄຊ​ ປະກາດໂຄງປະກອບການຈັດຕັ້ງ,ບຸກຄະລາກອນ ແລະ ມອບຮັບໜ້າທີ່ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ​ ປະຈຳເຂດເລືອກຕັ້ງເມືອງ.

ມ.ຖ. 25, 2026

ວັນທີ 25 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນເມືອງຊານໄຊ ແຂວງອັດຕະປື, ໄດ້ມີພິທີ ປະກາດໂຄງປະກອບການຈັດຕັ້ງ, ບຸກຄະລະກອນ ແລະມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຸດທີ IV ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຊຸດທີ V ຢ່າງເປັນທາງການ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ​ ອ່ອນໃສ​ ມຽງລາວັນ ກໍາມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ.​ ມີທ່ານ ຫັດສະໄນ​ ສີບຸນເຫຼືອງ ກຳມະການພັກແຂວງ ເລຂາພັກເມືອງຊານໄຊ, ມີບັນດາທ່ານການນໍາຂອງເມືອງ, ສະມາຊິກສະພາປະຊາຊົນຂັ້ນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ. ໃນພິທີຄະນະຈັດຕັ້ງເມືອງຊານໄຊ ໄດ້ຂຶ້ນຜ່ານມະຕິຄະນະປະຈຳສະພາປະຊາຊົນແຂວງ ສະບັບເລກທີ 61/ຄປຈ ລົງວັນທີ 5 ມິຖຸນາ 2026 ວ່າດ້ວຍການຮັບຮອງເອົາໂຄງປະກອບການຈັດຕັ້ງ, ບຸກຄະລາກອນ ສະພາປະຊາຊົນແຂວງ ຊຸດທີ V ປະຈຳເຂດເລືອກຕັ້ງເມືອງຊານໄຊ, ໃນນັ້ນໄດ້ແຕ່ງຕັ້ງ: ທ່ານ ຫັດສະໄນ​ ສີບຸນເຫືຼອ​ງ ກຳມະການພັກແຂວງ ເລຂາພັກເມືອງຊານໄຊ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຫົວໜ້າຄະນະ. ທ່ານ ສຽງໃຈ​ ແກ້ວຄໍາໂກ້ ກຳມະການພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຮອງຫົວໜ້າຄະນະ, ທັງເປັນຫົວໜ້າຫ້ອງການຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ​ເມືອງ. ທ່ານ ທອງວັນ​ ຢວງຢາເຢຍ ຄະນະປະຈໍາພັກເມືອງ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ. ທ່ານ ຄໍາ​ປະດິດ​ ສີຊານົນ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ. ທ່ານ ນ.​ ລັດສະໝອນ​ ວົງໂພສີ ສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ເປັນຄະນະກຳມະການ​ ແລະ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງ​ ວ່າດ້ວຍການແຕ່ງຕັ້ງ ທ່ານ​ ຄໍາ​ມູນ​ ເຮືອງໄຊໝື່ນບຸນ ຮອງປະທານແນວລາວສ້າງຊາດເມືອງ ເປັນຮອງຫົວໜ້າຫ້ອງການສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ແຕ່ງຕັ້ງ​ທ່ານ​ ວຽງທອງ ແກ້ວບົວພາດ ເປັນຫົວໜ້າໜ່ວຍງານຄົ້ນຄວ້າ-ສັງລວມ​ ແລະ​ ທ່ານ​ ສົມຫວັງ​ ຜ່ານກະຈ່າຍ ເປັນຫົວໜ້າໜ່ວຍງານບໍລິຫານ-ການເງີນ.​ ຈາກນັ້ນ, ໃນພິທີກໍໄດ້ມີການລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ​ ທ່ານ​ ບຸນເນັມ​ ໄຊຍະ​ເສັ້​ມ​ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ IV​ ປະຈໍາເຂດເລືອກຕັ້ງເມືອງ(ຜູ້ເກົ່າ)​ ແລະ ທ່ານ​ ຫັດສະໄນ​ ສີບຸນເຫືຼອ​ງ​ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ຊຸດທີ​ V​ປະຈໍາເຂດເລືອກຕັ້ງເມືອງ (ຜູ້ໃໝ່)​ ໂດຍຊ່ອງໜ້າຮອງປະທານສະພາປະຊາຊົນແຂວງ ແລະ ບັນດາທ່ານຜູ້ເຂົ້າຮ່ວມເປັນສັກຂີພິຍານ.​ໃນຕອນທ້າຍຂອງພິທີ, ທ່ານ​ ນ.​ ອ່ອນໃສ​ ມຽງລາວັນ ຍັງໄດ້ໃຫ້ກຽດມີທິດຊີ້ນໍາ ແລະ ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ຈັດວາງເຂົ້າໃນໂຄງປະກອບກົງຈັກໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນ, ເອົາໃຈໃສ່ຜັນຂະຫຍາຍມະຕິຕົກລົງຕ່າງໆ ເຂົ້າໃນການປະຕິບັດໜ້າທີ່ວຽກງານຕົວຈິງ ໃຫ້ມີຄວາມເຂັ້ມແຂງ, ໂປ່ງໃສ ແລະ ມີປະສິດທິພາບສູງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.  (ວິນັດ)