(ສພຊ) ພາຍຫຼັງດໍາເນີນມາເປັນເວລາ 2 ວັນເຕັມ ໃນວັນທີ 6 ທັນວາ 2023 ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ພາຍໃຕ້ຫົວຂໍ້:“ເພີ່ມທະວີບົດບາດຂອງລັດຖະສະພາໃນການສົ່ງເສີມການຮ່ວມມືຮອບດ້ານລະຫວ່າງ ກຳປູເຈຍ-ລາວ-ຫວຽດນາມ” ໄດ້ປິດລົງດ້ວຍຜົນສໍາເລັດອັນສະຫງ່າງາມ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປລາວ, ສົມເດັດ ມະຫາ ຣັດສະເພຍທິກາ ທິພາໄດ ຄຸນ ສຸດາຣີ ປະທານສະພາແຫ່ງຊາດ ແຫ່ງ ລາຊະອານາຈັກກຳປູເຈຍ, ທ່ານ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ 3 ປະເທດເຂົ້າຮ່ວມ.

ໂອກາດດັ່ງກ່າວ ປະທານສະພາແຫ່ງຊາດ 3 ປະເທດຜັດປ່ຽນກັນລົງນາມ ເຊັນຖະແຫຼງການຮ່ວມຂອງກອງປະຊຸມ ແລະ ຮັບຊົມບັນທຶກວິດິໂອ ຈາກເຈົ້າພາບກອງປະຊຸມໃນຄັ້ງຕໍ່ໄປ. ຈາກນັ້ນ, ທ່ານ ເວືອງ ດິງ ເຫວະ ກໍໄດ້ມີຄໍາເຫັນກ່າວຮັບ ໃນໂອກາດທີ່ ສສ.ຫວຽດນາມ ຈະເປັນເຈົ້າພາບກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 2 ທີ່ຈະຈັດຂຶ້ນໃນອີກ 2 ປີຂ້າງໜ້າ. ຈາກນັ້ນ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ກໍໄດ້ມອບຄ້ອນ ການເປັນເຈົ້າພາບກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ 2 ໃຫ້ແກ່ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ.

ຈາກນັ້ນ, ທ່ານ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວປິດກອງປະຊຸມວ່າ: ກອງປະຊຸມສຸດຍອດລັດຖະສະພາ ກໍາປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ພາຍໃຕ້ຫົວຂໍ້: “ເພີ່ມທະວີບົດບາດຂອງລັດຖະສະພາ ໃນການສົ່ງເສີມການຮ່ວມມືຮອບດ້ານ ລະຫວ່າງ ກໍາປູເຈຍ-ລາວ-ຫວຽດນາມ”, ຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາທ່ານຫົວໜ້າຄະນະຜູ້ແທນ, ສະມາຊິກສະພາແຫ່ງຊາດ, ຄະນະນໍາ, ຕາງໜ້າຈາກ ບັນດາກະຊວງ ແລະ ບັນດາອົງການປົກຄອງແຂວງຢູ່ໃນເຂດສາມຫຼ່ຽມພັດທະນາຂອງ 3 ປະເທດ ໄດ້ເຂົ້າຮ່ວມຄົ້ນຄວ້າ, ປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນຢ່າງຫ້າວຫັນ ແລະ ກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ເຮັດໃຫ້ກອງປະຊຸມສຸດຍອດລັດຖະສະພາ CLV ຄັ້ງທີ I ໄດ້ຮັບຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍຢ່າງຈົບງາມ.

ກອງປະຊຸມສຸດຍອດລັດຖະສະພາ ກຳປູເຈຍ-ລາວ-ຫວຽດນາມ (CLV) ຄັ້ງທີ 1 ໄດ້ປຶກສາຫາລື ແລະ ໄດ້ປະກອບຄຳຄິດຄຳເຫັນຮ່ວມກັນໃນແຕ່ລະຂົງເຂດ ໂດຍສະເພາະແມ່ນ: ວຽກງານການເມືອງ-ການຕ່າງປະເທດ, ວຽກງານການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທໍາ-ສັງຄົມ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ພ້ອມນັ້ນ, ໃນໄລຍະດຳເນີນກອງປະ ຊຸມ ບັນດາຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າ ໃນການຈັດຕັ້ງປະຕິບັດແຜນດຳເນີນງານຕ່າງໆ ໃນເຂດສາມຫຼ່ຽມພັດທະນາ ຈາກພາກສ່ວນກ່ຽວຂ້ອງຂອງລັດຖະບານ ເຊິ່ງເຫັນວ່າ ລັດຖະບານ ແລະ ຂະແໜງການກ່ຽວຂ້ອງຕ່າງໆ ຂອງ 3 ປະເທດ ໄດ້ມີການຈັດຕັ້ງປະຕິບັດບັນດາສັນຍາ ແລະ ຂໍ້ຕົກລົງຕ່າງໆ ທີ່ໄດ້ຕົກລົງຮ່ວມກັນຕາມຂອບການຮ່ວມມືໃນເຂດສາມຫຼ່ຽມພັດທະນາ ແລະ ບັນລຸໄດ້ຜົນສຳເລັດໃນຫຼາຍດ້ານ ໂດຍສະເພາະພື້ນຖານໂຄງລ່າງ ໃນເຂດສາມຫຼ່ຽມພັດທະນາ ໄດ້ຮັບການປັບປຸງ-ຍົກລະດັບ ເຊິ່ງເປັນການສົ່ງເສີມ ແລະ ອຳນວຍຄວາມສະດວກໃຫ້ແກ່ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຢູ່ເຂດສາມຫຼ່ຽມພັດທະນາ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ໄດ້ຮັບການແກ້ໄຂດີຂຶ້ນເປັນກ້າວໆ.

ແຕ່ເຖິງຢ່າງໃດກໍຕາມ, ຄວາມຮຽກຮ້ອງຕ້ອງການ ແລະ ຄວາມຈຳເປັນດ້ານການພັດທະນາໃນເຂດສາມຫຼ່ຽມເສດຖະກິດ ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ດ້ານການສຶກສາ ແລະ ສາທາລະນະສຸກ, ການສ້າງອາຊີບວຽກເຮັດງານທໍາ, ການສ້າງລາຍໄດ້ໃຫ້ແກ່ປະຊາຊົນ ຍັງຈໍາກັດ ເນື່ືອງຈາກຂາດເຂີນງົບປະມານ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໃນເຂດດັ່ງກ່າວ ຍັງພົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ສະນັ້ນ, ຈຶ່ງຮຽກຮ້ອງໃຫ້ສະມາຊິກສະພາແຫ່ງຊາດ ຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານຂອງຕົນ ຊອກຫາວິທີທາງແກ້ໄຂ ເຮັດໃຫ້ເຂດດັ່ງກ່າວໄດ້ຮັບການພັດທະນາໃຫ້ດີຂຶ້ນກ່ວາເກົ່າ. ພ້ອມກັນນີ້, ສາມສະພາແຫ່ງຊາດ ຈະຕ້ອງສືບຕໍ່ຕິດຕາມກວດກາການຈັດຕັ້ງປະຕິບັນດາສັນຍາ ແລະ ໂຄງການຕ່າງໆ ທີ່ລັດຖະບານສາມປະເທດໄດ້ລົງນາມຮ່ວມກັນໃຫ້ມີປະສິດທິພາບ, ພ້ອມທັງສ້າງເງື່ອນໄຂການເຊື່ອມໂຍງເຊື່ອມຈອດ, ສ້າງຄວາມຍືນຍົງ ແລະ ຄວາມຈະເລີນກ້າວໜ້າທາງດ້ານເສດຖະກິດ, ວັດທະນະທໍາ-ສັງຄົມ ໃນເຂດ CLV ໃຫ້ກາຍເປັນສ່ວນສຳຄັນໜຶ່ງ ໃນການປະຕິບັດວິໄສທັດປະຊາຄົມອາຊຽນປີ 2025 ດ້ວຍການກໍານົດແນວທາງນະໂຍບາຍຂອງແຕ່ລະປະເທດຕໍ່ເຂດສາມຫຼ່ຽມພັດທະນາໃຫ້ມີຄວາມແທດເໝາະ ແລະ ສອດຄ່ອງກົມກຽວກັນ.
ອີກບັນຫາໜຶ່ງທີ່ສຳຄັນ ແລະ ເປັນສິ່ງທ້າທາຍຕໍ່ການພັດທະນາເຂດສາມຫຼ່ຽມ ແມ່ນບັນຫາທຶນຮອນ ທີ່ທັງສາມປະເທດຕ່າງກໍມີຂໍ້ຈຳກັດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນທີ່ສະພາແຫ່ງຊາດທັງສາມປະເທດ ຕ້ອງໄດ້ຊຸກຍູ້ຊ່ວຍລັດຖະບານ ໃນການຂົນຂວາຍດຶງດູດເອົາການຊ່ວຍເຫຼືອ ການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ກໍຄືຈາກພາກເອກະຊົນຜ່ານກົນໄກ ແລະ ເວທີລັດ ຖະສະພາໃນລະດັບພາກພື້ນ ແລະ ສາກົນ ເພື່ອໃຫ້ເຂົາເຈົ້າເຫັນໄດ້ທ່າແຮງຂອງ 3 ປະເທດ ແລະ ເຂົ້າມາລົງທຶນໃນເຂດສາມຫຼ່ຽມໃຫ້ຫຼາຍຂຶ້ນຕື່ມ.
ຂໍຮຽກຮ້ອງໃຫ້ສາມສະພາແຫ່ງຊາດ ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ, ການຮ່ວມມືຮອບດ້ານ ລະຫວ່າງສາມປະເທດ, ສຸມໃສ່ການພັດທະນາເສດຖະກິດ-ສັງຄົມ, ການເມືອງ, ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ສ້າງເງື່ອນໄຂຮອບດ້ານ ໃຫ້ແກ່ການຮ່ວມມືດ້ານວັດທະນະທຳ, ທ່ອງທ່ຽວ ເພື່ອໃຫ້ປະຊາຊົນມີສ່ວນຮ່ວມເຂົ້າໃນການພັດທະນາແບບຍືນຍົງ ໂດຍມອບໃຫ້ກຳມາທິການຕ່າງໆ ທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ CLV ນໍາເອົາເນື້ອໃນຂອງຖະແຫຼງການຮ່ວມກອງປະຊຸມຄັ້ງປະຫວັດສາດນີ້ ໄປຈັດຕັ້ງປະຕິບັດໃຫ້ປາກົດຜົນເປັນຈິງ.
ອວຍພອນໃຫ້ມູນເຊື້ອ ແຫ່ງຄວາມສາມັກຄີ, ການຮ່ວມມື ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ກຳປູເຈຍ, ຫວຽດນາມ ແລະ ລາວ ຈົ່ງຈະເລີນງອກງາມ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.
(ພາບ: ກົມສື່ມວນຊົນ ສະພາແຫ່ງຊາດ, ຂ່າວ: ນາງ ສຸມົນທາ ງາໄຊ)