loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຝິກອົບຮົມວຽກງານສື່ມວນຊົນ ໃຫ້ພະນັກງານສະພາ

ສ.ຫ. 30, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນວັນທີ 29 ສິງຫານີ້ ກົມສື່ມວນຊົນ, ຄະນະເລຂາທິການສະພາແຫ່ງຊາດ ໄດ້ຈັດກອງປະຊຸມເຝິກອົບຮົມວຽກງານສື່ມວນຊົນ ພາຍໃຕ້ຫົວຂໍ້: “ບົດຮຽນຂຽນຂ່າວການຕອບໂຕ້ຖ້ອຍທໍານອງບິດເບືອນຂອງຄົນບໍ່ດີໃນສື່ອອນລາຍ, ການບັນນາທິການທາງດ້ານເນື້ອໃນ ແລະ ເຕັກນິກການຖ່າຍພາບນິ້ງ-ວິດີໂອ” ໃຫ້ແກ່ພະນັກງານສື່ມວນຊົນຂອງສະພາແຫ່ງຊາດ (ສພຊ) ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ທົ່ວປະເທດ ພາຍໃຕ້ການເປັນປະທານຂອງທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກໍາມະການສໍາຮອງສູນກາງພັກ, ເລຂາທິການສະພາແຫ່ງຊາດ ໂດຍມີທ່ານ ສິງຄຳ ວົງພະຈັນ ຮອງເລຂາທິການສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານສື່ມວນຊົນ ພ້ອມດ້ວຍສຳມະນາກອນທີ່ເປັນພະນັກງານຜູ້ຮັບຜິດຊອບວຽກງານສື່ມວນຊົນຂອງ ສພຊ ແລະ ສພຂ, ຕາງໜ້າຈາກວິທະຍຸກະຈາຍສຽງແຫ່ງຊາດລາວ ແລະ ໂທລະພາບແຫ່ງຊາດລາວ, ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມຫຼາຍກວ່າ 60 ທ່ານ.
ກອງປະຊຸມດັ່ງກ່າວມີຈຸດປະສົງເພື່ອຍົກລະດັບບຸກຄະລາກອນທີ່ຮັບຜິດຊອບວຽກງານສື່ມວນຊົນຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມຮູ້ຄວາມເຂົ້າໃຈຢ່າງຖືກຕ້ອງກ່ຽວກັບການໂຄສະນາເຜີຍແຜ່ພາ ລະບົດບາດ ແລະ ການເຄື່ອນໄຫວ, ຜົນສຳເລັດກອງປະຊຸມຕ່າງໆຂອງ ສພຊ ແລະ ສພຂ, ບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ໂດຍຜ່ານສື່ສິ່ງພິມ, ສື່ເອເລັກໂຕຣນິກ ແລະ ສື່ອອນລາຍ ໃຫ້ມີເນື້ອໃນເລິກເຊິ່ງ, ຫຼາກຫຼາຍສີສັນ ແລະກວ້າງຂວາງ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ ທັງເປັນການປັບປຸງການສ້າງເຄືອຂ່າຍການສະໜອງຂໍ້ມູນຂ່າວສານຂອງສະພາປະຊາຊົນຂັ້ນແຂວງ (ທ້ອງຖິ່ນ) ໃຫ້ກັບໜັງສືພິມ, ລາຍການວິທະຍຸ ແລະ ໂທ ລະພາບຜູ້ແທນປະຊາຊົນ ຂອງສະພາແຫ່ງຊາດ ຢ່າງປົກກະຕິ; ພ້ອມກັນນັ້ນ, ກໍເປັນການເພີ່ມຂີດຄວາມຮູ້ຄວາມສາ ມາດ, ຄວາມຊຳນານໃນການຂຽນຂ່າວແບບມືອາຊີບ.
ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ເຊິ່ງມີບາງຕອນວ່າ: ການຈັດເຝິກອົບ ຮົມໃນຄັ້ງນີ້ ເປັນການສ້າງເງື່ອນໄຂໃຫ້ແກ່ສໍາມະນາກອນ ໄດ້ມີໂອກາດແລກປ່ຽນບົດຮຽນນໍາບັນດາວິທະຍາກອນ ໂດຍມີການສົມທຽບບົດຮຽນ ແລະ ການປະຕິບັດວຽກງານຕົວຈິງ ລະຫວ່າງສູນກາງ-ທ້ອງຖິ່ນຢ່າງກົງໄປກົງມາ ໃນຖານະເປັນເສນາທິການດ້ານສື່ມວນຊົນໃຫ້ແກ່ສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ເພື່ອນໍາເອົາບົດຮຽນໄປໝູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ໃຫ້ສອດຄ່ອງກັບສະພາບຈຸດພິເສດຂອງແຕ່ລະພາກສ່ວນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ໃນກອງປະຊຸມວັນທຳອິດ, ຜູ້ເຂົ້າຮ່ວມໄດ້ຮັບຟັງບົດຮຽນຂຽນຂ່າວການຕອບໂຕ້ຖ້ອຍທໍານອງບິດເບືອນຂອງຄົນບໍ່ດີໃນສື່ອອນລາຍ ສະເໜີໂດຍທ່ານ ຄຳວິສັນ ແກ້ວສຸວັນ ຊ່ຽວຊານທີ່ປຶກສາວຽກງານສື່ມວນຊົນສະພາແຫ່ງຊາດ;ຈາກນັ້ນ, ກໍໄດ້ມີການສົນທະນາຖາມ-ຕອບເພື່ອແລກປ່ຽນບົດຮຽນເຊິ່ງກັນແລະກັນ ແລະ ເຝິກຫັດການຂຽນບົດຂ່າວດັ່ງກ່າວ. ການເຝິກອົບຮົມທີ່ຈະດຳເນີນໄປຮອດວັນທີ 01 ກັນຍາ 2024 ຍັງຈະໄດ້ຮັບຟັງບົດຮຽນການບັນນາທິການທາງດ້ານເນື້ອໃນ ຈາກທ່ານ ສຸວັນ ວິໄລແສງ ຜູ້ອຳນວຍການວິທະຍຸກະຈາຍສຽງແຫ່ງຊາດລາວ; ເຕັກນິກການຖ່າຍພາບ ນິ້ງ-ວິດີໂອ ຈາກທ່ານ ປານຕະນະ ສຸກສະຫວັດດີ ຊ່ຽວຊານດ້ານການຜະລິດສື່ວິດີໂອ ເພື່ອການພັດທະນາ.
ກອງປະຊຸມຄັ້ງນີ້ ຈັດຂຶ້ນທີ່ເມືອງວັງວຽງ ແຂວງວຽງຈັນ, ໄດ້ຮັບການສະໜັບສະໜູນຊ່ວຍເຫຼືອທາງດ້ານງົບ ປະມານຈາກໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ຫຼື ສະເຕັບສ໌ (STEPs) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະມານຂອງຄະ ນະ​ເລຂາທິການ​ສະພາ​ແຫ່ງ​ຊາດ.
(ນາງ ອາລິນ ສຸພິມມະປະດິດ)