(ສພຊ) – ວັນທີ 13-17 ມັງກອນ 2025 ທ່ານ ສິນທະລາ ຫຼ້າສຸກສະໄໝ ຫົວ ໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ພ້ອມດ້ວຍພະນັກງານຈາກສູນຄົ້ນຄວ້ານິຕິກຳ ແລະ ພາກສ່ວນທີ່ກ່ຽວຂ້ອງ ລວມທັງໝົດ 17 ທ່ານ ໄດ້ເຂົ້າຮ່ວມເຝິກອົບຮົມທີ່ສະຖາບັນພຣະປົກເກລົ້າ ແຫ່ງລາຊະອານາຈັກໄທ ໂດຍການໃຫ້ກຽດກ່າວຕ້ອນຮັບ ແລະ ມີຄຳເຫັນໂອ້ລົມຂອງທ່ານ ວັນມູຫະມັດນໍຣ໌ ມະທາ ປະທານລັດຖະສະພາ ແຫ່ງລາຊະອານາຈັກໄທ.

ຈຸດປະສົງຕົ້ນຕໍຂອງການເຝິກອົບຮົມຄັ້ງນີ້ ແມ່ນເພື່ອສົ່ງເສີມຄວາມຮູ້ກ່ຽວ ກັບການບໍລິຫານງານລັດຖະສະພາ ເພື່ອພັດທະນາສັກກະຍະພາບຂອງບຸກຄະລາກອນທີ່ສະ ໜັບສະໜູນວຽກງານລັດຖະສະພາ ໃຫ້ມີຄວາມຮູ້ໃນການກະກຽມເອກະສານການຄົ້ນຄວ້າກ່ຽວກັບລັດຖະສະພາ, ຂະບວນການວິເຄາະຮ່າງກົດໝາຍ, ຂະບວນກະກຽມງົບປະມານລາຍຈ່າຍປະຈຳປີ/ການວິເຄາະງົບປະມານ ລວມທັງບົດຮຽນ ແລະ ແບບຢ່າງທີ່ດີດ້ານການເມືອງການປົກ ຄອງໃນກໍລະນີສຶກສາຂອງປະເທດໄທ; ເພື່ອເປັນການສົ່ງເສີມການຮ່ວມມືດ້ານວິຊາການກັບອົງການເຄືອຂ່າຍທັງພາຍໃນ ແລະ ຕ່າງປະເທດ ໃນການພັດທະນາການຄົ້ນຄວ້າກ່ຽວກັບລັດຖະສະພາ ແລະ ຍົກລະດັບການໃຫ້ບໍລິ ການແກ່ສະມາຊິກລັດຖະສະພາຂອງທັງສອງປະເທດ.
ໃນການເຝິກອົບຮົມ ໄດ້ຮັບຟັງການບັນລະຍາຍໃຫ້ຄວາມຮູ້ກ່ຽວກັບບົດບາດ ແລະ ໜ້າທີ່ການບໍລິຫານງານ ແລະ ການພັດທະນາສັກກະຍະພາບບຸກຄະລາກອນຂອງສະຖາບັນພຣະປົກເກລົ້າ; ການສະໜັບສະໜູນດ້ານວິຊາການໃຫ້ແກ່ສະມາຊິິກລັດຖະສະພາ ແລະ ຄະນະກໍາມາທິການ ໂດຍສະຖາບັນພຣະປົກເກລົ້າ; ການສ້າງເຄືອຂ່າຍ ແລະ ການຮ່ວມມືເພື່ອຄວາມເປັນເລີດຂອງລັດຖະສະພາ; ປະຊາທິປະໄຕໃນປະ ເທດໄທ: ສິ່ງທ້າທາຍ ແລະ ເສັ້ນທາງສູ່ລະບອບປະຊາທິປະໄຕ; ຂະບວນການດ້ານນິຕິບັນຍັດ ແລະ ການວິເຄາະຮ່າງກົດໝາຍ; ການຄົ້ນຄວ້າວິໄຈສໍາລັບສະມາຊິກລັດຖະສະພາ ແລະ ຄະນະກໍາມາທິການ; ກອງປະຊຸມລັກສະນະການຈັດຕັ້ງປະຕິບັດກ່ຽວກັບການຄົ້ນຄວ້າລັດຖະສະພາ; ສະພານິຕິບັນຍັດ ແລະ ການຂຶ້ນແຜນງົບປະມານ, ເຄື່ອງມື ແລະ ກົນໄກການຕິດຕາມກວດກາຂອງລັດຖະສະພາ: ສໍານັກງານງົບປະ ມານລັດຖະສະພາ (PBO); ການປຶກສາຫາລືສາທາລະນະ ແລະ ການປະເມີນຜົນກະ ທົບຕໍ່ລະບຽບການ. ພ້ອມນັ້ນ, ຍັງໄດ້ທັດສະນະສຶກສາລັດຖະສະພາໄທ ແລະ ພິພິທະພັນສະຖາບັນພຣະປົກເກລົ້າອີກດ້ວຍ.
ການເຂົ້າຮ່ວມເຝິກອົບຮົມຄັ້ງນີ້ ໄດ້ຮັບການສະໜັບສະໜູນທຶນຈາກມູນນິທິເອເຊຍ (The Asia Foundation) ໂດຍຜ່ານກອງເລຂາຄຸ້ມຄອງແຫຼ່ງທຶນຊ່ວຍເຫຼືອລ້າໃຫ້ແກ່ສະພາແຫ່ງຊາດ ສົມທົບກັບງົບປະ ມານຂອງຄະນະເລຂາທິການສະພາແຫ່ງຊາດ.