

ກອງປະຊຸມເຝິກອົບຮົມກ່ຽວກັບການປະເມີນຜົນການປະຕິບັດວຽກງານໃຫ້ແກ່ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2022 ໂດຍການເປັນປະທານເປີດກອງປະຊຸມຂອງທ່ານ ນາງ ປິ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາທ່ານ ຄະນະກົມ, ຄະນະພະແນກ ຂອງບັນດາກົມ, ສູນ ແລະ ຫ້ອງການ ພາຍໃນສະພາແຫ່ງຊາດ ແລະ ວິທະຍາກອນຈາກກະຊວງພາຍໃນ.

ໃນກອງປະຊຸມ, ທ່ານ ແສງແກ້ວ ວົງນະລາດ ຫົວໜ້າກົມຈັດຕັ້ງ-ພະນັກງານ ໄດ້ຜ່ານບົດລາຍງານການປະເມີນການປະຕິບັດວຽກງານຂອງບັນດາກົມກົງຈັກພາຍໃນສະພາແຫ່ງຊາດ ໃນໄລຍະຜ່ານມາ; ພ້ອມນັ້ນ, ຍັງໄດ້ຮັບຟັງການເຜີຍແຜ່ດຳລັດ ແລະ ຄຳແນະນຳ ກ່ຽວກັບການປະເມີນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ແລະ ສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ທັງຈັດຕັ້ງປະຕິບັດທົດລອງຕົວຈິງ ກ່ຽວກັບການປະເມີນຜົນ ໃຫ້ບັນດາທ່ານທີ່ເຂົ້າຮ່ວມ ໂດຍການນຳພາທົດລອງເຮັດຕົວຈິງຈາກພາກສ່ວນກ່ຽວຂ້ອງຂອງກະຊວງພາຍໃນ ແລະ ກົມຈັດຕັ້ງ-ພະນັກງານ ຄະນະເລຂາທິການສະພາແຫ່ງຊາດ.

(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)