loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຝິກອົບຮົມການເປັນວິທະຍາກອນ ໃຫ້ພະນັກງານ ສນສ ແລະ ສພຂ ຮອບທີ II

ທ.ວ. 28, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໂດຍສືບຕໍ່ຜົນຂອງກອງປະຊຸມເຝິກອົບຮົມການເປັນຄູເຝິກຂອງສະຖາບັນຄົ້ນຄວ້ານິຕິກໍາສະພາແຫ່ງຊາດ (ສນສ) ໃຫ້ມີການເຄື່ອນໄຫວຕໍ່ເນື່ອງຢ່າງເປັນລະບົບ ແລະ ມີປະສິດທິຜົນ, ສະຖາບັນຄົ້ນຄວ້ານິຕິກໍາ ໄດ້ຈັດກອງປະຊຸມເຝິກອົບຮົມການເປັນຄູເຝິກທີ່ດີ ຮອບທີ II ເພື່ອສ້າງໃຫ້ ສນສ ມີທີມຄູເຝິກທີ່ໄດ້ຕາມມາດຕະຖານ, ເງື່ອນໄຂ ແລະ ໃຫ້ມີຄວາມຮັບຮູ້ຢ່າງເລິກເຊິ່ງຕໍ່ກັບການເປັນວິ ທະຍາກອນ; ເພື່ອຍົກສູງຂີດຄວາມສາມາດໃຫ້ແກ່ພະນັກງານເສນາທິການຂອງສະຖາບັນ ແລະ ສະພາປະຊາຊົນຂັ້ນແຂວງ (ສພຂ) ມີຄວາມສະດວກໃນການຈັດຫາວິທະຍາກອນ ທັງເຮັດໃຫ້ຜູ້ເຂົ້າເຝິກ ອົບ ຮົມຮອບທີ II ໄດ້ຍົກລະດັບ ແລະ ພັດທະນາຕົນເອງຈາກການຮຽນຮູ້ບົດຮຽນໃນຮອບທີ I ໃຫ້ມີຄວາມເຂັ້ມແຂງຂຶ້ນໃນການເປັນວິທະຍາກອນທີ່ມີຄວາມຊໍານານໃນການສະເໜີເອກະສານ ແລະ ຖອດຖອນບົດຮຽນຢູ່ໃນຊຸດເຝິກອົບຮົມຕ່າງໆໃນຕໍ່ໜ້າ.
ກອງປະຊຸມເຝິກອົບຮົມການເປັນວິທະຍາກອນໃຫ້ທີມຄູເຝິກສະຖາບັນຄົ້ນຄວ້ານິຕິກໍາ ແລະ ພະນັກງານສະພາປະຊາຊົນຂັ້ນແຂວງ ຮອບທີ II ເຊິ່ງໄດ້ຮັບການສະໜັບສະໜູນຈາກມູນນິທິເອເຊຍ ປະ ຈຳ ສປປລາວ ໄດ້ຈັດຂຶ້ນໃນ​ລະຫວ່າງ​ວັນທີ 26-28 ທັນວາ 2023 ທີ່ເມືອງວັງວຽງ ແຂວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ສິນທະລາ ຫຼ້າສຸກສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານິຕິກໍາ ໂດຍມີວິທະຍາກອນຈາກສະຖາບັນຄົ້ນຄວ້າວິທະຍາສາດການປົກຄອງ ແລະ ຝຶກອົບຮົມ (ສວປຝ), ກະຊວງພາຍໃນ; ເຂົ້າຮ່ວມມີບັນດາທ່ານຮອງຫົວໜ້າສະຖາບັນ, ຫົວໜ້າ-ຮອງຫົວໜ້າສູນຄົ້ນຄວ້ານິຕິກໍາ, ຮອງຫົວໜ້າສູນຝຶກອົບຮົມ ແລະ ຂໍ້ມູນຂ່າວສານ, ພະນັກງານພາຍໃນ ສນສ ແລະ ຕາງໜ້າຈາກສະພາປະຊາຊົນນະຄອນຫຼວງ, ສະພາປະຊາຊົນແຂວງບໍລິຄໍາໄຊ.
ໃນວາລະຂອງກອງປະຊຸມ ສໍາມະນາກອນທຸກທ່ານໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບບົດ ບາດຂອງວິທະຍາກອນ ຈາກທ່ານ ປອ. ນາງ ຈັນທາ ອ່ອນໄຊວຽງ ຫົວໜ້າສະຖາບັນຄົ້ນຄວ້າວິທະຍາ ສາດການປົກຄອງ ແລະ ຝຶກອົບຮົມ; ທັກສະໃນການກະກຽມແຜນການສອນ ແລະ ການຈັດຫ້ອງປະ ຊຸມ ຈາກທ່ານ ພອນໄຊ ປານສີວົງໄຊ ຮອງຫົວໜ້າພະແນກຝຶກອົບຮົມ, ສວປຝ; ທັກສະໃນການເວົ້າ, ການນໍາໃຊ້ເຄື່ອງມື, ການຟັງ, ການສັງເກດ ແລະ ການສື່ສານໃນການເຝິກອົບຮົມ ຈາກທ່ານ ສັນລະ ເສີນ ລາດສະອາດ ຫົວໜ້າພະແນກພັດທະນາຫຼັກສູດ, ສວປຝ. ນອກຈາກການຮຽນທາງດ້ານທິດສະດີ ແລ້ວ, ນັກສໍາມະນາກອນທຸກທ່ານຍັງໄດ້ປະກອບສ່ວນແລກປ່ຽນຄໍາຄິດຄໍາເຫັນໃນແຕ່ລະຫົວຂໍ້ ພ້ອມທັງເຝິກແອບປະຕິບັດຕົວຈິງໃນການເປັນວິທະຍາກອນອີກດ້ວຍ.
ໃນຕອນທ້າຍ, ທ່ານ ສິນທະລາ ຫຼ້າສຸກສະໄໝ ໄດ້ໃຫ້ຄໍາເຫັນວ່າ: ຕະຫຼອດໄລຍະການດໍາເນີນກອງປະຊຸມ, ຂ້າພະເຈົ້າຕີລາຄາສູງຕໍ່ຜົນສໍາເລັດເຊິ່ງສໍາມະນາກອນໄດ້ມີຄວາມເອົາໃຈໃສ່ໃນການຄົ້ນ ຄວ້າ ແລະ ສົນທະນາແລກປ່ຽນບົດຮຽນດ້ວຍຄວາມຕັ້ງໜ້າ, ບັນດາທ່ານວິທະຍາກອນໄດ້ເອົາໃຈໃສ່ຖ່າຍທອດບົດຮຽນ ແລະ ສົມທຽບໃສ່ປະສົບການ, ພຶດຕິກໍາຕົວຈິງ ແລະ ເຝິກກັບທີ່ ເຮັດໃຫ້ບັນດາສໍາມະນາກອນມີຄວາມຮັບຮູ້, ເຂົ້າໃຈຢ່າງເລິກເຊິ່່ງ, ສາມາດຜ່ານການປະເມີນ ແລະ ໄດ້ຮັບໃບຢັ້ງຢືນໃນການເປັນວິທະຍາກອນຕາມມາດຕະຖານຂອງການເປັນວິທະຍາກອນ ເຊິ່ງເປັນຄັ້ງທຳອິດທີ່ສະຖາບັນຄົ້ນຄວ້ານິຕິກໍາ ກໍຄືພະນັກງານຂອງພວກເຮົາ ໄດ້ຮັບໃບຢັ້ງຢືນໃນການເປັນວິທະຍາກອນ; ຄະນະຮັບ ຜິດຊອບ, ກອງເລຂາກອງປະຊຸມ ແລະ ພາກສ່ວນທີ່ກ່ຽວຂ້ອງ ກໍມີຄວາມເອົາໃຈໃສ່ປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງ ຈຶ່ງເຮັດໃຫ້ກອງປະຊຸມເຝິກອົບຮົມໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຕາມແຜນການທີ່ວາງໄວ້. ນອກນີ້, ທ່ານຍັງໄດ້ເນັ້ນໃຫ້ຮູ້ຕື່ມອີກວ່າ: ຜົນສໍາເລັດຂອງກອງປະຊຸມໃນຄັ້ງນີ້ ເປັນຜົນສໍາເລັດເບື້ອງຕົ້ນ ໃນຕໍ່ໜ້າພວກເຮົາຍັງຈະໄດ້ສືບຕໍ່ເອົາໃຈໃສ່ຄົ້ນຄວ້າ ແລະ ເຝິກຊ້ອມ ເພື່ອໃຫ້ມີຄວາມຊຳນານງານຢ່າງເປັນມືອາຊີບ; ສະນັ້ນ, ເພື່ອເຮັດລ້ອນໜ້າທີ່ການເມືອງຕາມພາລະບົດບາດຂອງ ສນສ ໂດຍສະເພາະແມ່ນການເປັນວິທະຍາກອນໃຫ້ມີຄຸນນະພາບດີຂຶ້ນເລື້ອຍໆ. ຂ້າ ພະເຈົ້າມີຄວາມເຊື່ອໝັ້ນວ່າ ບັນດາທ່ານຈະນໍາເອົາເນື້ອໃນ ແລະ ບົດຮຽນໃນການເຝິກອົບຮົມຄັ້ງນີ້ ໄປຈັດຕັ້ງຜັນຂະຫຍາຍ ແລະ ປະຕິບັດໃຫ້ມີຜົນເປັນຮູບປະທໍາໃນວຽກງານຕົວຈິງ ແລະ ເປັນປະໂຫຍດສູງສຸດຢູ່ໃນການປະຕິບັດໜ້າທີ່ຢູ່ໃນການຈັດຕັ້ງຂອງຕົນ.
(ພາບ ແລະ ຂ່າວ: ນາງ ອານິຕາ ມ່ວນສະຫວັດ)