

ໃນວັນທີ 12 ກໍລະກົດຜ່ານມາ ທີ່ຫໍສະພາແຫ່ງຊາດ ໄດ້ມີກອງປະຊຸມເຜີຍແຜ່ ແລະ ຈັດເຝິກອົບຮົມການນຳໃຊ້ລະບົບສື່ສານຂອງພາກລັດ (G-Chat) ໃຫ້ພະນັກງານພາຍໃນສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ປອ. ເພັດພອນໃຈ ສິນລະປະກິດ ຫົວໜ້າຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ, ເຂົ້າຮ່ວມມີຄະນະກົມ, ວິຊາການພາຍໃນສະພາແຫ່ງຊາດ ແລະ ວິທະຍາກອນທີ່ມາຈາກ ສູນບໍລິຫານລັດດີຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍກ່ຽວກັບພາບລວມລະບົບການສື່ສານຂອງພາກລັດ ຫລື G-Chat; ແນະນຳການນຳໃຊ້ລະບົບສື່ສານພາກລັດທັງ 2 ຮູບແບບຄື: ນຳໃຊ້ຄອມພິວເຕີ ແລະ ໃນໂທລະສັບມືຖື; ແນະນຳການດາວໂຫລດ ແລະ ຕິດຕັ້ງແອັບພິເຄຊັນສື່ສານພາກລັດໃນ Android ແລະ IOS; ແນະນຳການເຂົ້າລະບົບສື່ສານພາກລັດເບື້ອງຕົ້ນ. ຈາກນັ້ນ, ກໍໄດ້ມີການແລກປ່ຽນຖາມ-ຕອບ ປະກອບຄຳຄິດຄຳເຫັນລະຫວ່າງນັກສຳມະນາກອນ ແລະ ວິທະຍາກອນ.



(ຂ່າວ: ກົງທະນູຄຳ, ພາບ: ສອນສັກ)