(ສພຊ) – ກອງປະຊຸມເຝິກອົບຮົມການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ ໂດຍການເປັນປະທານຂອງທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການກົດໝາຍ ເຊິ່ງມີທ່ານຮອງປະທານກໍາມາທິການກົດໝາຍ; ທ່ານຮອງປະທານ, ເລຂາທິການ ແລະ ປະທານຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາ ຊົນແຂວງ (ສພຂ) ຄຳມ່ວນ; ຫົວໜ້າກົມ, ຄະນະພະແນກ ແລະ ລັດຖະກອນຈາກກົມຕິດຕາມກວດກາ, ໂຄສະນາ ແລະ ຕີຄວາມໝາຍກົດໝາຍ; ຕາງໜ້າຈາກຄະນະກໍາມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ບັນດາເຜົ່າ ຂອງ ສພຂ 9 ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ວຽງຈັນ ພ້ອມດ້ວຍແຂກຖືກເຊີນ ເຂົ້າ ຮ່ວມ 56 ທ່ານ, ຍິງ 10 ທ່ານ.

ກອງປະຊຸມໄດ້ຮັບຟັງການສະເໜີບົດຮຽນກ່ຽວກັບການສ້າງນິຕິກໍາ; ບາງບົດຮຽນການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງຄໍາມ່ວນ; ຄູ່ມືການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ; ບົດຮຽນການຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ. ຈາກນັ້ນ, ກໍໄດ້ດໍາເນີນການທົດລອງການນໍາໃຊ້ຄູ່ມື ທັງຈັດຕັ້ງປະຕິບັດຕົວຈິງ ໂດຍຈັດແບ່ງເປັນກຸ່ມເພື່ອຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຕົວຈິງຂອງແຕ່ລະແຂວງ ສົມທົບໃສ່ຄູ່ມື ເປັນຕົ້ນການສ້າງແຜນການ, ຄໍາເຈາະຈີ້ມ, ຄໍາແນະນໍາ ແລະ ບົດລາຍງານກ່ຽວກັບການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງ.
ຕອນທ້າຍ ໄດ້ສະຫຼຸບຕີລາຄາຜົນການເຝິກອົບຮົມຄັ້ງນີ້ ເຊິ່ງໄດ້ເນັ້ນໃຫ້ເອົາໃຈໃສ່ບາງຈຸດ ເປັນຕົ້ນຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດການຕິດຕາມກວດກາການປະເມີນຜົນການຈັດຕັ້ງປະຕິບັດຂໍ້ຕົກລົງຂອງເຈົ້າແຂວງ, ເຈົ້າຄອງນະຄອນ ຫຼວງ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ກອງປະຊຸມທີ່ຈັດຂຶ້ນເມື່ອວັນທີ 29 ມັງກອນ – 1 ກຸມພາ 2025 ທີ່ເມືອງວັງວຽງ ແຂວງວຽງຈັນ ໄດ້ຮັບການສະໜັບສະໜູນຈາກມູນນິທິ ເວດມິນສເທີ ເພື່ອປະ ຊາທິປະໄຕ (Westminster Foundation for Democracy – WFD).