loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ເອກະສານ ສໍາຄັນຂອງພັກ-ຂອງຊາດ.

ມ.ຖ. 23, 2023 | ເຂດ 4 ອຸດົມໄຊ

ຕອນບ່າຍຂອງວັນພຸດ, ວັນທີ 22 ມີນາ 2023 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກ ສະພາປະຊາຊົນແຂວງອຸດົມໄຊ ໄດ້ຈັດກອງປະຊຸມເຜີຍແຜ່ເອກະສານສໍາຄັນຂອງພັກ-ຂອງຊາດຂຶ້ນ, ໂດຍການເປັນປະທານຂອງສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ແລະ ສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ ແລະ ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກສະພາປະຊາຊົນແຂວງເຂົ້າຮ່ວມ.
ບັນດາເອກະສານທີນໍາມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ມູນເຊື້ອແຫ່ງການນໍາພາຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 68 ປີ(22 ມີນາ 1955-22 ມີນາ 2023), ເອກະສານວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະຊີວິດເພື່ອປະເທດຊາດ 21/3/1946 ສະເໜີໂດຍສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ ແລະ ໄດ້ຮັບຟັງການເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກຄັ້ງທີ 5 ສະໄໝທີ XI, ມະຕິກອງປະຊຸມຄົບຄະນະບໍລິຫານງາານພັກແຂວງອຸດົມໄຊຄັ້ງທີ 7 ສະໄໝທີ IX ສະເໜີໂດຍສະຫາຍ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ.
ຫຼັງຈາກນັ້ນ, ຄະນະພັກໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ຂອງຄະນະພັກສະພາປະຊົນແຂວງ ປະຈໍາເດືອນ 3, ວາງທິດທາງແຜນການ ປະຈໍາເດືອນ 4 ປີ 2023 ແລະ ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວນຳພາ-ຊີ້ນຳ ປະຈໍາໄຕມາດ I ຕົ້ນປີ ແລະວາງທິດທາງແຜນການ ປະຈໍາ 9 ເດືອນທ້າຍປີ 2023.
ຫລັງຈາກນັ້ນ, ບັນດາສະມາຊິກພັກຜູ້ເຂົ້າຮ່ວມໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບການເຄື່ອນໄຫວດັ່ງກ່າວຢ່າງກົງໄປກົງມາ, ຕໍານິສົ່ງຂ່າວ, ກໍ່ສ້າງເຊິ່ງກັນ ແລະ ກັນ ພາຍໃນໜ່ວຍພັກຢ່າງເປັນປົກກະຕິ.
ພາບ/ຂ່າວ: ແສງພອນ ອິນນະລົງ.