ວັນທີ 30 ເມສາ 2025 ທີ່ສະພາປະຊາຊົນແຂວງຄຳມ່ວນ ກຳມະບານຮາກຖານ ສະພາປະຊາຊົນແຂວງຄຳມ່ວນ ໄດ້ຈັດພິທີເຜີຍແຜ່ເອກະສານ ວັນກຳມະກອນສາກົນ ຄົບຮອບ 139 ປິ (1 ພຶດສະພາ 1886-1 ພຶດສະພາ 2025) ໂດຍການເປັນປະທານຂອງ ສະຫາຍ ຄໍາສຸກ ວັນທະວົງສາ ເລຂາໜ່ວຍພັກ ສະພາປະຊາຊົນແຂວງຄຳມ່ວນ ປະທານຄະນະກຳມະການຍຸຕິທຳ ແລະ ປກຊ-ປກສ, ເຂົ້າຮ່ວມມີ ຄະນະໜ່ວຍພັກ, ຄະນະກຳມະບານຮາກຖານ ແລະ ຕະຫຼອດຮອດສະມາຊິກກຳມະບານພາຍໃນສະພາປະຊາຊົນແຂວງຄໍາມ່ວນເຂົ້າຮ່ວມ.
ສະຫາຍ ບຸນສະຫວ່າງ ສີສຸກຂະລາດ ຄະນະໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ໄດ້ເຜີຍແຜ່ເນື້ອໃນ ປະຫວັດແຫ່ງການກໍາເນີດເຕີບໃຫຍ່ຂອງວັນກໍາມະກອນສາກົນ ຄົບຮອບ 139 ປີ ເຊິ່ງເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນຢ່າງຍິ່ງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນທີ່ຊົນຊັ້ນກຳມະກອນໄດ້ເຕົ້າໂຮມຄວາມສາມັກຄີກັນລຸກຮື້ຂຶ້ນຕໍ່ສູ້ຕ້ານການກົດຂີ່ຂູດຮີດ ເພື່ອທວງເອົາສິດທິພື້ນຖານ ແລະ ຜົນປະໂຫຍດອັນຊອບທຳຂອງຕົນຈາກພວກນາຍທຶນ, ເຊິ່ງຂະບວນການຕໍ່ສູ້ຂອງກຳມະກອນເກີດຂຶ້ນຄັ້ງທຳອິດຢູ່ປະເທດອັງກິດໃນປີ 1764 ເປັນປະເທດທີ່ຂະຫຍາຍຕົວທາງດ້ານອຸດສາຫະກໍາໄວກວ່າໝູ່ ເພື່ອປົກປ້ອງສິດຜົນ ປະໂຫຍດອັນຊອບທໍາ ແລະ ນໍາພາກໍາມະກອນຕໍ່ສູ້ຕ້ານພວກນາຍທຶນ, ຊົນຊັ້ນກໍາມະກອນໃນປະເທດອັງກິດຈຶ່ງໄດ້ຈັດຕັ້ງອົງການກໍາມະບານເປັນຕົວແທນຂອງຕົນຂຶ້ນ. ຈາກນັ້ນ ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານນັບມື້ນັບເຕີບໃຫຍ່ຂະຫຍາຍຕົວໃນພາກພື້ນ ແລະ ສາກົນ ພ້ອມທັງການປະກອບສ່ວນໃນພາລະກິດປະຕິວັດຂອງກໍາມະກອນລາວຕະຫຼອດໄລຍະຜ່ານມາເຖິງປັດຈຸບັນ. ນອກນັ້ນ, ກອງປະຊຸມໄດ້ຮັບຟັງເອກະສານ ກົດລະບຽບກອງທຶນຊ່ວຍເຫຼືອເຊິ່ງກັນ ແລະກັນ, ກອງທຶນບັນເທົາທຸກ ສະບັບເລກທີ 44/ສກຂ.ຄມ, ລົງວັນທີ 10 ມັງກອນ 2025, ພ້ອມນັ້ນ, ບັນດາສະຫາຍສະມາຊິກກຳມະບານ ໄດ້ປະກອບຄຳຄິດຄຳເຫັນຕໍ່ ວຽກງານກຳມະບານຮາກຖານຂອງສະພາປະຊາຊົນແຂວງຄຳມ່ວນ ຢ່າງຟົດຟື້ນ ແລະ ກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ, ມີລັກສະນະຫຼັກການ ແລະ ເພື່ອໃຫ້ເປັນເອກະພາບກັນ.
ໂອກາດດັ່ງກ່າວ ສະຫາຍ ຄຳສຸກ ວັນທະວົງສາ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມວ່າ: ຄະນະໜ່ວຍພັກສະພາປະຊາຊົນແຂວງຄຳມ່ວນ ເວລາໃດກໍຖືອົງການຈັດຕັ້ງມະຫາຊົນ ເວົ້າລວມ, ເວົ້າສະເພາະອົງການຈັດຕັ້ງກໍາມະບານ ເປັນກໍາລັງແຮງສັງລວມເຂັ້ມແຂງຂອງພັກ ໃນການສ້າງຂະບວນ ການແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ກໍຄືການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງກໍາມະບານຮາກຖານສະພາປະຊາຊົນແຂວງຄຳມ່ວນ ຕິດພັນກັບຂະ ບວນການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ຂະບວນ ການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ໂດຍຮັບປະກັນໃຫ້ສະມາຊິກກໍາມະບານ ປະກອບສ່ວນເຂົ້າໃນວຽກງານຂະບວນການ ບົນພື້ນຖານຄວາມເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ສ້າງກໍາລັງແຮງສັງລວມທີ່ເປັນປຶກແຜ່ນ, ຊ່ວຍເຫຼືອກັນແກ້ໄຂຊີວິດການເປັນຢູ່, ປົກປ້ອງຜົນປະ ໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ ແລະ ພະ ນັກງານລັດຖະກອນ; ແຂ່ງຂັນກັນສ້າງຜົນງານ ເພື່ອກາຍ ເປັນສະມາຊິກກໍາມະບານດີເດັ່ນ ແລະ ຮັກສາມູນເຊື້ອ 5 ເປັນເຈົ້າໄວ້ໄດ້ຕາມຄາດໝາຍ.
ໂດຍ: ເອື້ອ ມະໂນສິງ