loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປລາວ ເປັນພາຄີ

ທ.ວ. 27, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນລະຫວ່າງວັນທີ 25-27 ທັນວາ 2023 ທີ່ເມືອງບົວລະພາ ແຂວງຄໍາມ່ວນ, ກົມ ພົວພັນລັດຖະສະພາສອງຝ່າຍ ແລະ ກົມພົວພັນລັດຖະສະພາຫຼາຍຝ່າຍ, ກຳມາທິການການຕ່າງປະ ເທດສະພາແຫ່ງຊາດ ຮ່ວມກັບ ກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ໂດຍໄດ້ຮັບການສະໜັບສະໜູນດ້ານງົບປະມານຂອງຄູ່ຮ່ວມພັດທະນາສາກົນພາຍໃຕ້ໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ (STEPS) ໄດ້ເປີດກອງປະຊຸມສໍາມະນາເຜີຍແຜ່ສົນທິສັນຍາສາກົນດ້ານສິດທິມະນຸດ ທີ່ ສປປລາວ ເປັນພາຄີ ໃຫ້ແກ່ສະ ມາຊິກສະພາປະຊາຊົນແຂວງຄຳມ່ວນ ແລະ ບັນດາອົງການປົກຄອງຂັ້ນເມືອງ ໂດຍການເປັນປະທານຮ່ວມຂອງທ່ານ ເພັດລາ ທັນທະວົງສາ ຫົວໜ້າກົມພົວພັນລັດຖະສະພາສອງຝ່າຍ ແລະ ທ່ານ ພູໂຂງ ສີສຸລາດ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ; ມີວິທະຍາກອນຈາກກົມຊົນເຜົ່າ ແລະ ສາສະໜາ ກະຊວງພາຍໃນ, ສະມາຊິກສະພາປະຊາຊົນແຂວງທົ່ວແຂວງຄຳມ່ວນ, ບັນດາຜູ້ຕາງໜ້າຈາກສຳນັກງານປົກຄອງເມືອງບົວລະພາ ພ້ອມດ້ວຍບັນດາຄະນະກົມ, ຄະນະພະແນກ ແລະ ພະນັກງານທີ່ກ່ຽວຂ້ອງຈາກສະພາແຫ່ງຊາດ, ກະຊວງການຕ່າງປະເທດ ແລະ ສະພາປະຊາຊົນແຂວງຄຳມ່ວນ ເຂົ້າຮ່ວມທັງໝົດ 57 ທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ ເພື່ອ​ເປັນ​ການ​ເຜີຍ​ແຜ່​, ສ້າງຄວາມຮັບ​ຮູ້ ແລະ ຄວາມເຂົ້າ ໃຈ​ກ່ຽວກັບການເຄື່ອນໄຫວວຽກງານສິດທິມະນຸດ ຂອງ ສປປລາວ ໃນເວທີພາກພື້ນ ແລະ ສາກົນ ລວມທັງການຈັດຕັ້ງປະຕິບັດພັນທະຕ່າງໆພາຍໃຕ້ສົນທິສັນຍາສາກົນ ທີ່ ສປປລາວ ເປັນພາຄີ, ວຽກງານການຄຸ້ມຄອງສາສະໜາ ຢູ່ ສປປລາວ ເຊິ່ງເປັນວຽກງານໜຶ່ງຕິດພັນກັບວຽກງານສິດທິມະນຸດ ແລະ ​ພາລະບົດບາດຂອງກຳມາທິການການຕ່າງປະເທດ ຕໍ່ວຽກງານການຕິດ​ຕາມ​ກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດການຕ່າງປະເທດ ແລະ ຕິດ​ຕາມກວດກາ​ການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ ໃຫ້ແກ່ບັນດາ​ສະມາຊິກສະພາປະຊາຊົນແຂວງ ຄໍາມ່ວນ ແລະ ຕາງໜ້າຈາກອົງການປົກຄອງເມືອງ ​ທີ່ເຂົ້າຮ່ວມກອງປະຊຸມ ເພື່ອເຂົ້າໃຈແຈ້ງຂຶ້ນຕື່ມ, ເປັນບ່ອນອີງ ແລະ ຄໍານຶງເຖິງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ຂອງຕົນ. ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ໄດ້ມີການຄົ້ນຄວ້າລະດົມແນວຄວາມຄິດປະກອບຄຳເຫັນ, ສົນທະນາ ແລະ ແລກປ່ຽນ ຕໍ່ບັນດາເນື້ອໃນທີ່ວິທະຍາກອນໄດ້ນຳມາສະເໜີຢ່າງມີຈຸດສຸມ ແລະ ກົງໄປກົງມາ.
ໃນຕອນທ້າຍ, ຄະນະປະທານຮ່ວມ ໄດ້ຕີລາຄາສູງຕໍ່ບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ ໄດ້ຮັບຮູ້ຫຼາຍບັນຫາທີ່ສຳຄັນ ເປັນຕົ້ນ: ກົດໝາຍວ່າດ້ວຍສົນທິສັນຍາ ແລະ ສັນຍາສາ ກົນ, ຄວາມຮູ້ພື້ນຖານດ້ານສິດທິມະນຸດ ແລະ ການເຄື່ອນໄຫວວຽກງານສິດທິມະນຸດ, ວຽກງານການຄຸ້ມຄອງສາສະໜາ ຂອງ ສປປລາວ, ພາລະບົດບາດຂອງກຳມາທິການການຕ່າງປະເທດ ຕໍ່ວຽກງານການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍຂົງເຂດການຕ່າງປະເທດ ແລະ ຕິດ​ຕາມກວດກາ​ການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາສາກົນດ້ານສິດທິມະນຸດ.