
ຕອນເຊົ້າວັນທີ 6 ພຶດສະພາ 2026, ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໄດ້ເຜີຍແຜ່ມູນເຊື້ອ ວັນກໍາມະກອນສາກົນ ຄົບຮອບ 140 ປີ, ໂດຍການເປັນປະທານຂອງສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ມີສະຫາຍ ນ.ຄໍາໝັ້ນ ແກ້ວບຸນຫວນ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີຄະນະກໍາມະບານຮາກຖານສະພາປະຊາຊົນແຂວງ ແລະ ສະມາຊິກກໍາມະບານພາຍໃນກໍາມະບານຮາກຖານສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ທອງໄຊ ທໍ່ຈົງເລ່ຍຈີ ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານກໍາມະບານຮາກຖານສະພາປະຊາຊົນແຂວງ, ໄດ້ເຜີຍແຜ່ເອກະສານໂຄສະນາປະຖະກະຖາວັນກໍາມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ເຊິ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຄື: ໃນທ້າຍສັດຕະວັດທີ XVIII ຫາຕົ້ນສັດຕະວັດທີ XIX ຫຼາຍປະເທດໃນທະວີບເອີລົບ; ອາເມລິກາ ໄດ້ໂຄ້ນລົ້ມລະບອບສັກດີນາ ແລະ ສ້າງຕັ້ງລະບອບນາຍທຶນຂຶ້ນແທນ, ຍ້ອນຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນການຕອບສະໜອງທາງດ້ານວັດຖຸສິ່ງຂອງຕ່າງໆ ເຂົ້າໃນການຮັບໃຊ້ຊີວິດປະຈຳວັນນັບມື້ສູງຂຶ້ນ. ໃນເວລານັ້ນ, ຍັງມີຫຼາຍປະເທດບໍ່ທັນສາມາດຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງສັງຄົມໄດ້, ຈຶ່ງໄດ້ນຳພາປະເທດຂອງຕົນກ້າວເຂົ້າສູ່ການຜະລິດແບບອຸດສາຫະກຳ, ສ້າງໂຮງຈັກ, ໂຮງງານຂຶ້ນຫຼາຍແຫ່ງ. ຈາກນັ້ນ, ຈຳນວນກຳມະກອນກໍ່ມີການເຕີບໃຫຍ່ຂະຫຍາຍຕົວແລະ ຢູ່ພາຍໃຕ້ການປົກຄອງຂອງພວກນາຍທຶນ, ຊົນຊັ້ນກຳມະກອນໄດ້ຖືກກົດຂີ່ຂູດຮີດນັບມື້ຍິ່ງໜັກໜ່ວງຊຶ່ງສະແດງອອກ: ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພແຮງງານຂອງເຄື່ອງຈັກໃນເວລານັ້ນຍັງບໍ່ທັນມີ, ນາຍທຶນນັບມື້ເພີ່ມທະວີການບັງຄັບ, ຂົ່ມເຫັງໃຫ້ກຳມະກອນອອກແຮງງານໂດຍບໍ່ມີເວລາພັກຜ່ອນມື້ໜຶ່ງເຮັດວຽກ 14-15 ຊົ່ວໂມງ.



ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານຈຳເປັນຈຶ່ງໄດ້ຈັດຕັ້ງກັນເປັນກຸ່ມ, ເປັນຂະບວນລຸກຮື້ຂຶ້ນຕໍ່ສູ້ກັບຊົນຊັ້ນນາຍທຶນ, ທວງໃຫ້ພວກນາຍທຶນເພີ່ມເງິນເດືອນ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ວັນທີ 1 ພຶດສະພາ 1886 ໃນປະເທດອາເມລິກາ ຢູ່ຕົວເມືອງຊິກາໂກເປັນຄັ້ງທຳອິດທີ່ຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານ ໄດ້ມີການຕໍ່ສູ້ໂດຍຖືເອົາເນື້ອໃນຂອງຖະແຫຼງການ, ຮຽກຮ້ອງໃຫ້ພວກນາຍທຶນຕ້ອງປະຕິບັດຕາມການສະເໜີຂອງກຳມະກອນວ່າ: “ແຕ່ນີ້ຕໍ່ໄປບໍ່ໃຫ້ກຳມະກອນຜູ້ໃດເຮັດວຽກເກີນ 8 ຊົ່ວໂມງຕໍ່ມື້ເຊັ່ນ: 8 ຊົ່ວໂມງ ຕ້ອງພັກຜ່ອນ, 8 ຊົ່ວໂມງເຮັດວຽກ ແລະ 8 ຊົ່ວໂມງ ຕ້ອງໄດ້ຮໍ່າຮຽນ” ຈາກເຫດການດັ່ງກ່າວ ມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິ່ງຂະບວນການກຳມະກອນຢູ່ທະວີບເອີລົບ ແລະ ທະວີບອາເມລິກາ ເປັນກຳລັງໃຈໃຫ້ຂະບວນການຕໍ່ສູ້ຂອງກຳມະກອນໃນທົ່ວໂລກ, ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ, ເປັນວັນທີ່ມີຄວາມໝາຍອັນສໍາຄັນໃຫຍ່ຫຼວງຂອງຊົນຊັ້ນກຳມະກອນໃນຂະບວນການຕໍ່ສູ້ເພື່ອປົກປ້ອງສິດທິ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ແລະ ຍັງໄດ້ຍົກໃຫ້ເຫັນ.


ຫຼັງຈາກນັ້ນ, ໄດ້ຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານເດືອນ ເມສາ ແລະ ແຜນການເດືອນ ພຶດ ສະພາ 2026 ແລະ ບັນດາສະຫາຍສະມາຊິກກໍາມະບານຮາກຖານສະພາປະຊາຊົນແຂວງ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ ຢ່າງກົງໄປກົງມາ, ເພື່ອໃຫ້ເນື້ອໃນຄົບຖ້ວນສົມບູນ, ພ້ອມທັງໄດ້ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ ຕື່ມອີກ.
ພາບ/ຂ່າວ: ສະພາປະຊາຊົນແຂວງ.