loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຄົບຮອບ 67 ປີ ແລະ ວັນກໍາມະກອນສາກົນ ຄົບຮອບ 137 ປີ

ພ.ພ. 15, 2023 | SlideMobile, ຂ່າວເດັ່ນ

(ສພຊ) ວັນທີ 12 ພຶດສະພາ 2023 ທີ່ສະພາແຫ່ງຊາດ ກຳມະບານສະພາແຫ່ງຊາດ ໄດ້ມີກອງປະຊຸມເຜີຍແຜ່ມູນເຊື້ອວັນສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023), ວັນກໍາມະກອນສາກົນຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ແລະ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023 ຂອງສະຫະພັນກຳມະບານສະພາແຫ່ງຊາດ ໂດຍການເປັນປະທານຂອງສະຫາຍ ອຳໄພ ຈິດມານົນ ກໍາມະການຄະນະບໍລິຫານງານພັກສະພາແຫ່ງຊາດ, ປະທານຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ; ເຂົ້າຮ່ວມມີສະຫາຍ ຮສ. ປອ. ລິນຄຳ ດວງສະຫວັນ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາພັກສະພາແຫ່ງຊາດ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນສະພາແຫ່ງຊາດ ແລະ ສະຫາຍ ພອນສານ ວິໄລເມັງ ຮອງປະທານສູນກາງສະຫະພັນກໍາມະບານລາວ; ມີສະຫາຍຈາກສູນກາງສະຫະພັນກຳມະບານລາວ; ຕາງໜ້າອົງການຈັດຕັ້ງມະຫາຊົນຂອງສະພາແຫ່ງຊາດ, ບັນດາສະຫາຍຮອງປະທານ, ຄະນະກຳມະບານຮາກຖານ ແລະ ສະມາຊິກກຳມະບານທົ່ວສະພາແຫ່ງຊາດເຂົ້າຮ່ວມ.
ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ມູນເຊື້ອວັນສ້າງຕັ້ງກຳມະບານລາວ ຄົບຮອບ 67 ປີ (1 ກຸມພາ 1956-1 ກຸມພາ 2023) ແລະ ວັນກຳມະກອນສາກົນ ຄົບຮອບ 137 ປີ (1 ພຶດສະພາ 1886-1 ພຶດສະພາ 2023) ຈາກສະຫາຍ ອຳໄພ ຈິດມານົນ; ການຜ່ານບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈຳປີ 2023 ຂອງສະຫະພັນກຳມະບານສະພາແຫ່ງຊາດ ຈາກສະຫາຍ ຄຳແທ່ນ ວິລະກຸນ ກຳມະການຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ; ຜ່ານຂໍ້ຕົກລົງຂອງສູນກາງສະຫະພັນກຳມະບານລາວ ກ່ຽວກັບການຢັ້ງຢືນ 5 ເປັນເຈົ້າ ຈາກສະຫາຍ ນາງ ຈັນເພັດ ມະນີແສງ ຫົວໜ້າກົມຂະບວນການ ສູນກາງສະຫະພັນກຳມະບານລາວ; ຈາກນັ້ນ, ໄດ້ມີພິທີມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ແກ່ສະຫະພັນກຳມະບານສະພາແຫ່ງຊາດ ແລະ ໄດ້ຜ່ານຂໍ້ຕົກລົງຂອງຄະນະພັກສະພາແຫ່ງຊາດ ກ່ຽວກັບການຢັ້ງຢືນ 5 ເປັນເຈົ້າ; ພ້ອມນັ້ນ, ກໍໄດ້ມອບໃບຢັ້ງຢືນ 5 ເປັນເຈົ້າ ໃຫ້ແກ່ບັນດາຮາກຖານກຳມະບານສະພາແຫ່ງຊາດ.
ໃນໂອກາດນີ້, ສະຫາຍ ຮສ. ປອ. ລິນຄໍາ ດວງສະຫວັນ ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມວ່າ: ກອງປະຊຸມ ໄດ້ຮັບຟັງການເຜີຍແຜ່ມູນເຊື້ອການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງອົງການກໍາມະບານລາວ ຄົບຮອບ 67 ປີ ແລະ ການກໍານົດທິດທາງລວມ ແລະ ວຽກງານຈຸດສຸມປະຈໍາປີ 2023 ຂອງອົງການກໍາມະບານລາວ. ການເຜີຍແຜ່ເຊື່ອມຊຶມເນື້ອໃນດັ່ງກ່າວ ໄດ້ເປັນບົດຮຽນສໍາລັບສະມາຊິກກໍາມະບານທຸກສະຫາຍ ໃຫ້ຮັບຮູ້ເຂົ້າໃຈກ່ຽວກັບອົງການຈັດຕັ້ງກໍາມະບານລາວຢ່າງເລິກເຊິ່ງຕື່ມ. ພ້ອມທັງໄດ້ປາຖະກະຖາ ກ່ຽວກັບວັນກໍາມະກອນສາກົນ ຄົບຮອບ 137 ປີ ເຊິ່ງໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງກໍາມະກອນສາກົນ ວັນທີ 1 ພຶດສະພາ, ຍົກໃຫ້ເຫັນບັນດາອົງການຈັດຕັ້ງ, ສົນທິສັນຍາ, ຖະແຫຼງການ ແລະ ກອງປະຊຸມຕ່າງໆ ກ່ຽວກັບກໍາມະກອນ ແລະ ຜູ້ອອກແຮງງານ ໃນພາກພື້ນ ແລະ ສາກົນ ພ້ອມທັງການປະກອບສ່ວນໃນພາລະກິດປະຕິວັດຂອງກໍາມະກອນລາວຕະຫຼອດໄລຍະຜ່ານມາເຖິງປັດຈຸບັນ ໂດຍພາຍໃຕ້ຄໍາຂວັນ: “ສ້າງສະພາບແວດລ້ອມໃນການເຮັດວຽກທີ່ປອດໄພ ແລະ ດີຕໍ່ສຸຂະພາບ ແມ່ນສິດທິພື້ນຖານຂອງທຸກຄົນ”. ເນື້ອໃນດັ່ງກ່າວ ມີຄວາມສໍາຄັນຫຼາຍຕໍ່ກັບການເຄື່ອນໄຫວຂອງກໍາມະກອນລາວເວົ້າລວມ, ເວົ້າສະເພາະສະມາຊິກພັກ, ສະມາຊິກກໍາມະບານ ແລະ ພະນັກງານທີ່ເປັນເສນາທິການຂອງສະພາແຫ່ງຊາດ ຈະຕ້ອງໄດ້ສືບຕໍ່ຄົ້ນຄວ້າກໍາແໜ້ນ ເພື່ອປະກອບສ່ວນໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບການເຄື່ອນໄຫວວຽກງານຕົວຈິງຂອງຕົນ; ພ້ອມນັ້ນ, ກອງປະຊຸມ ຍັງໄດ້ສະຫຼຸບລາຍງານ ກ່ຽວກັບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ຂອງສະຫະພັນກໍາມະບານສະພາແຫ່ງຊາດ ເຊິ່ງໄດ້ສະຫຼຸບຕີລາຄາການເຄື່ອນໄຫວໃນປີ 2022 ທີ່ມີທັງດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດທີ່ພາໃຫ້ມີດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບົດຮຽນຖອດຖອນໄດ້. ພ້ອມກັນນັ້ນ, ກໍໄດ້ວາງທິດທາງແຜນການ ປະຈໍາປີ 2023; ຈາກນັ້ນ, ສະຫາຍ ຍັງໄດ້ສະແດງຄວາມເປັນເອກະພາບ ແລະ ຕີລາຄາສູງ ຕໍ່ກັບຜົນສໍາເລັດໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັ້ນ 5 ເປັນເຈົ້າ ປະຈໍາປີ 2022 ຕິດພັນກັບຂະບວນການຮັກຊາດ ແລະ ພັດທະນາ, ການສ້າງພັກປອດໃສເຂັ້ມແຂງ ແລະ ໜັກແໜ້ນ ຍ້ອນຄວາມເອົາໃຈໃສ່ຂອງຄະນະບໍລິຫານງານສະຫະພັນກໍາມະບານສະພາແຫ່ງຊາດ ແລະ ສະມາຊິກກໍາມະບານທຸກສະຫາຍ ຈຶ່ງສາມາດຍາດໄດ້ການຢັ້ງຢືນຂະບວນການແຂ່ງຂັນ 5 ເປັນເຈົ້າ ຂອງສູນກາງສະຫະພັນກໍາມະບານລາວ ແລະ ບັນດາຮາກຖານກໍາມະບານສະພາແຫ່ງຊາດ 10 ຮາກຖານ ກໍໄດ້ຮັບການຢັ້ງຢືນຂອງສະຫະພັນກໍາມະບານສະພາແຫ່ງຊາດ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)