loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຜີຍແຜ່ນິຕິກຳ ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ

ມ.ສ. 3, 2023 | SlideMobile, ຂ່າວເດັ່ນ

(ສພຊ) ກອງປະຊຸມເຜີຍແຜ່ນິຕິກຳ ກ່ຽວກັບການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທຳ 4 ສະບັບ ຈັດຂຶ້ນໃນວັນທີ 3 ເມສາ 2023 ທີ່ສະພາແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ; ເຂົ້າຮ່ວມປະຊຸມ (ດ້ວຍຮູບແບບປົກກະຕິ) ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ, ມີຕາງໜ້າຈາກສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ກະຊວງຍຸຕິທຳ, ອົງການກວດກາແຫ່ງລັດ, ຫ້ອງວ່າການສຳນັກງານປະທານປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງປ້ອງກັນຄວາມສະຫງົບ, ປະຊວງປ້ອງກັນປະເທດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ເຂົ້າຮ່ວມປະຊຸມດ້ວຍຮູບແບບທາງໄກ (ອອນລາຍ) ມີປະທານ-ຮອງປະທານສະພາປະຊາຊົນແຂວງ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ.
ທັງນີ້, ກໍເພື່ອເຜີຍແຜ່ ແລະ ເຊື່ອມຊຶມ ຄໍາແນະນໍາ ຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການຕິດຕາມ ກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ ຈຳນວນ 4 ສະບັບ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີຄວາມເຂົ້າໃຈເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ສາມາດສຳເລັດທັນຕາມແຜນການທີ່ວາງໄວ້ ແລະ ສາມາດນຳເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ແລະ ຮັບຮອງ; ພ້ອມທັງຮັບຟັງຄຳສະເໜີ, ແລກປ່ຽນຄຳຄິດຄຳເຫັນ, ສະຫຼຸບຕີລາຄາ ແລະ ຖອດຖອນບົດຮຽນ ໃນການປະເມີນ ແລະ ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ຄຳແນະນຳຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 03/ຄປຈ, ລົງວັນທີ 14 ກຸມພາ 2023 ວ່າດ້ວຍການຕິດຕາມ ກວດກາການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ ຈຳ ນວນ 4 ສະບັບ ເຊິ່ງຈຸດປະສົງຂອງຄຳແນະນຳສະບັບດັ່ງກ່າວ ແມ່ນເພື່ອກວດກາ ແລະ ຊຸກຍູ້ ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ ໃຫ້ສຳເລັດຕາມແຜນ ການ, ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອເຮັດໃຫ້ບົດສະຫຼຸບຕີລາຄາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທໍາ 4 ສະບັບຄື: ກົດໝາຍວ່າດ້ວຍສານປະຊາຊົນ ສະບັບປີ 2017; ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ສະບັບປີ 2017; ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ສະບັບປີ 2012; ກົດໝາຍວ່າດ້ວຍການດໍາເນີນຄະດີອາຍາ ສະບັບປີ 2017, ທີ່ຈະນໍາລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ມີເນື້ອໃນຄົບຖ້ວນ, ຖືກຕ້ອງ, ສອດຄ່ອງ ຕາມກົດໝາຍ ແລະ ແທດເໝາະກັບຕົວຈິງ; ເພື່ອຖອດຖອນບົດຮຽນ ໃຫ້ແກ່ການຕິດຕາມກວດກາ ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຕ່າງໆ ໃນຕໍ່ໜ້າ. ບາດກ້າວໃນການດຳເນີນການຕິດຕາມກວດກາ ຈະດຳເນີນໄປຕາມ 3 ບາດກ້າວຄື: ບາດກ້າວທີໜຶ່ງ: ການກະກຽມຄວາມພ້ອມວຽກງານຮອບດ້ານ; ບາດກ້າວທີສອງ: ດຳເນີນການຕິດຕາມກວດກາ ແລະ ເກັບກຳຂໍ້ມູນຢູ່ສູນກາງ ແລະ ທ້ອງຖິ່ນ ແລະ ບາດກ້າວທີສາມ: ສະຫຼຸບຕີລາຄາ ແລະ ລາຍງານ ຄະນະປະຈຳສະພາແຫ່ງຊາດ ເພື່ອຂໍທິດຊີ້ນຳ.