(ສພຊ) – ກອງປະຊຸມເຜີຍແຜ່ປຶ້ມຄູ່ມືວຽກງານຂົງເຂດເສດຖະກິດ ແລະ ການເງິນ ໄດ້ຈັດຂຶ້ນໃນວັນທີ 22-24 ກໍລະກົດ 2026 ທີ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໂດຍການເປັນປະທານຂອງທ່ານ ຈັນທະບູນ ສຸກອາລຸນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ ແລະ ການເງິນ (ກສງ); ເຂົ້າຮ່ວມມີທ່ານ ສຳນານ ສົນທະນີ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ, ບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ທີ່ເປັນກໍາມະການຂອງ ກສງ ທີ່ມາຈາກ 6 ແຂວງຄື: ຜົ້ງສາລີ, ຫຼວງນ້ຳທາ, ອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ; ຕາງໜ້າຈາກສະຖານທູດອົດສະຕຣາລີ ປະຈຳ ສປປລາວ, ຫົວໜ້າກົມ-ຮອງຫົວໜ້າກົມ ແລະ ແຂກຖືກເຊີນ.
ຈຸດປະສົງເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງຕໍ່ເນື້ອໃນປຶ້ມຄູ່ມືຂົງເຂດເສດຖະກິດ-ການເງິນ ເຊິ່ງກອງປະຊຸມໄດ້ສະເໜີເນື້ອໃນຄວາມຮູ້ພື້ນຖານກ່ຽວກັບເສດຖະສາດ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ການຄຸ້ມການລົງທຶນ ແລະ ການຕິດຕາມກວດກາວຽກງານດັ່ງກ່າວ ແນໃສ່ສ້າງເງື່ອນໄຂໃຫ້ສຳມະນາກອນ ແລະ ວິທະຍາກອນ ໄດ້ມີການຄົ້ນຄວ້າ ແລະ ແລກປ່ຽນບົດຮຽນຮ່ວມກັນ ເພື່ອເຂົ້າໃຈບັນຫາໃຫ້ເລິກເຊິ່ງ ແລະ ສາມາດນຳເອົາບົດຮຽນເຫຼົ່ານີ້ ໄປຜັນຂະຫຍາຍ ແລະ ນຳໃຊ້ໃນພາກປະຕິບັດຕົວຈິງໃຫ້ໄດ້ຮັບໝາກຜົນຢ່າງແທ້ຈິງ.
ທ່ານ ຈັນທະບູນ ສຸກອາລຸນ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຕໍ່ການປະຕິບັດພາລະບົດບາດທີ່ສຳຄັນຂອງສະພາແຫ່ງຊາດ ກໍຄືສະພາປະຊາຊົນຂັ້ນແຂວງ ໃນຖານະເປັນອົງການນິຕິບັນຍັດ, ເປັນອົງການພິຈາລະນາບັນຫາສໍາຄັນຂອງຊາດ ແລະ ເປັນອົງການຕິດຕາມກວດກາການປະຕິບັດໜ້າທີ່ຂອງອົງການບໍລິຫານ ໂດຍສະເພາະແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ເຊິ່ງຖືເປັນວຽກໜຶ່ງທີ່ສຳຄັນ ແລະ ເປັນເສັ້ນເລືອດໃຫຍ່ ທັງເປັນປັດໄຈຕັດສິນຊີ້ຂາດຕໍ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ສ້າງຄວາມເຂັ້ມແຂງ, ຍົກລະດັບຄວາມຮູ້, ພັດທະນາທັກສະການວິເຄາະວິໄຈ ເພື່ອຕິດຕາມມະຕິ ແລະ ສາມາດຕັ້ງຄຳຖາມຕໍ່ອົງການບໍລິຫານ ແລະ ການສ້າງຄວາມເປັນມືອາຊີບ ໃຫ້ແກ່ ສສຊ ແລະ ສສຂ; ທ່ານຍັງກ່າວຕື່ມອີກວ່າ: ເອກະສານໄດ້ຜ່ານການຄົ້ນຄວ້າ, ຮຽບຮຽງ ແລະ ກັ່ນຕອງຢ່າງລະອຽດຖີ່ຖ້ວນພໍສົມຄວນ ຈາກຄະນະຮັບຜິດຊອບ ແລະ ຜູ້ຊ່ຽວຊານ ເຊິ່ງໄດ້ກຳນົດຂອບເຂດສິດ, ໜ້າທີ່, ຫຼັກການເຮັດວຽກ ຕະຫຼອດຮອດຂັ້ນຕອນການຄຸ້ມຄອງ-ບໍລິຫານດ້ານງົບປະມານ, ການເງິນ, ການລົງທຶນ, ເງິນຕາ ໃຫ້ມີຄວາມເປັນເອກະພາບ, ຖືກຕ້ອງຕາມຂັ້ນຕອນກົດໝາຍ ແລະ ລະບຽບການ ເຮັດໃຫ້ການພິຈາລະນາບັນຫາພື້ນຖານກ່ຽວກັບເສດຖະກິດ-ການເງິນ ມີປະສິດທິພາບ, ປະສິດທິຜົນ. 
ກອງປະຊຸມໄດ້ຮັບຟັງການລາຍງານຜົນສໍາເລັດການສ້າງປຶ້ມຄູ່ມືກໍາມາທິການເສດຖະກິດ ແລະ ການເງິນ ເຊິ່ງປະກອບມີ 7 ຫົວຄື; 1. ປຶ້ມຄູ່ມືການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; 2. ປຶ້ມຄູ່ມືຕົວຊີ້ວັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນນຕາ; 3. ປຶ້ມຄູ່ມືການຕິດຕາມກວດກາແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນນຕາ; 4. ປຶ້ມຄວາມຮູ້ພື້ນຖານການເງິນ ແລະ ງົບປະມານ ເພື່ອການພິຈາລະນາຮັບຮອງແຜນງົບປະມານແຫ່ງລັດ; 5. ປຶ້ມຄວາມຮູ້ພື້ນຖານເງິນຕາ ແລະ ທະນາຄານ ເພື່ອການພິຈາລະນາຮັບຮອງແຜນເງິນຕາ; 6. ປຶ້ມຄວາມຮູ້ພື້ນຖານເສດຖະສາດ, ການວາງແຜນ ແລະ ການລົງທຶນ ເພື່ອການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; 7. ຄວາມຮູ້ພື້ນຖານສະຖິຕິ ແລະ ວິທີວິໄຈປະລິມານ ເພື່ອການພິຈາລະນາຮັບຮອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ.
ນອກຈາກນັ້ນ, ຍັງໄດ້ມີການມອບ-ຮັບບັນດາປຶ້ມຄູ່ມືຕ່າງໆ ໃຫ້ສະພາປະຊາຊົນແຂວງ 6 ແຂວງອີກດ້ວຍ.
ເຜີຍແຜ່ຄູ່ມືວຽກງານເສດຖະກິດ ແລະ ການເງິນ
