
ຕອນເຊົ້າຂອງວັນອັງຄານ, ວັນທີ 15 ພະຈິກ 2022 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໄດ້ຈັດຕັ້ງເຜີຍແຜ່ຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ, ໂດຍການເປັນປະທານຂອງທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີທ່ານ ນ. ຄໍາພອນ ພິມມະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈຳ, ຄະນະເລຂາທິການ, ຫົວໜ້າ/ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.




ເອກະສານທີ່ນໍາມາເຜີຍແຜ່ຄັ້ງນີ້ປະກອບມີ: ຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 999/ອຊ, ລົງວັນທີ 10 ຕຸລາ 2022 ວ່າດ້ວຍການເພີ່ມທະວີຈັດຕັ້ງປະຕິບັດຄຸ້ມຄອງພະນັກງານ-ລັດຖະກອນ ແລະ ກໍາລັງປະກອບອາວຸດຢູ່ແຂວງອຸດົມໄຊ. ຂໍ້ຕົກລົງຂອງທ່ານເຈົ້າແຂວງ ສະບັບເລກທີ 1032/ອຊ, ລົງວັນທີ 24 ຕຸລາ 2022 ວ່າດ້ວຍການປະຢັດ ແລະ ຕ້ານການຟູມເຟືອຍ ສະເໜີໂດຍທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານ ສພຂ ແລະ ໄດ້ຮັບຟັງການເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການປະສານງານລະຫວ່າງຫ້ອງວ່າການແຂວງ, ບັນດາພະແນກການ, ອົງການທຽບເທົ່າຂັ້ນແຂວງ ແລະ ເມືອງ, ດໍາລັດວ່າດ້ວຍຈັນຍາບັນຂອງພະນັກ ງານ-ລັດຖະກອນ ສະບັບເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2022 ສະເໜີໂດຍທ່ານ ນ. ວັນສີ ພວງມະໄລ ເລຂາທິການສະພາປະຊາຊົນແຂວງ.




(
: ແສງພອນ ອິນນະລົງ).

