ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງປີ 2022 ຢູ່ແຂວງບໍລິຄຳໄຊ

ກ.ຍ. 19, 2023 | SlideMobile, ຂ່າວເດັ່ນ

(ສພຊ) ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ໄດ້ຮັບການຈັດຕັ້ງປະຕິບັດເປັນເອກະພາບກັນໃນທົ່ວປະເທດ ແລະ ສ້າງຄວາມຮັບຮູ້, ເຂົ້າໃຈ ໃຫ້ແກ່ທ້ອງຖິ່ນຮາກຖານ, ພະນັກງານ-ລັດຖະກອນ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ເນື້ອໃນກົດໝາຍ ແນໃສ່ເຮັດໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສາມາດປະຕິບັດພາລະບົດບາດ ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນໄດ້ເປັນຢ່າງດີ; ໃນວັນທີ 18 ກັນຍາ 2023 ຢູ່ສະພາປະຊາຊົນແຂວງບໍລິຄຳໄຊ ໄດ້ມີກອງປະຊຸມເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງ ປີ 2022 ໂດຍການເປັນປະທານຂອງທ່ານ ສີສູນທອນ ສ.ຜາບມີໄຊຍ໌ ຮອງປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ; ເຂົ້າຮ່ວມມີທ່ານ ຈັນທະລາ ອຸດົມສຸກ ກຳມະການປະຈຳກຳມາທິການຍຸຕິທຳ, ທ່ານ ພັນໂທ ໄຊຍະສຸກ ຫຼຽນຕະກຸນ ຮອງປະທານຄະນະກຳມະການຍຸຕິທຳ-ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງບໍລິຄຳໄຊ; ມີບັນດາທ່ານໃນຂົງເຂດຕຸລາການ, ພະແນກການອ້ອມຂ້າງແຂວງ, ຫ້ອງວ່າການເມືອງ, ປກຊ-ປກສ ແຂວງ, ສະຫະພັນນັກຮົບເກົ່າ, ແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ຄະນະບ້ານ ແລະ ພະນັກງານກ່ຽວຂ້ອງ ທັງໝົດ 67 ທ່ານ ຍິງ 19 ທ່ານ.
ໂອກາດນີ້, ໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບປັບປຸງປີ 2022 ໂດຍທ່ານ ໄກມະນິນ ເທບບົວລີ ຫົວໜ້າກົມຄຳຮ້ອງຂໍຄວາມເປັນທຳ ກຳມາທິການຍຸຕິທຳ ສະພາແຫ່ງຊາດ; ຈາກນັ້ນ, ບັນດາຜູ້ເຂົ້າຮ່ວມ ໄດ້ພ້ອມກັນສຸມໃສ່ຄົ້ນຄວ້າແລກປ່ຽນຄຳເຫັນຢ່າງກວ້າງຂວາງ, ສ້າງສັນ ແລະ ກົງໄປກົງມາ.
ໃນພິທີ, ທ່ານ ສີສູນທອນ ສ.ຜາບມີໄຊຍ໌ ປະທານກອງປະຊຸມ ໄດ້ກ່າວວ່າ: ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ສະບັບທຳອິດ ໄດ້ຖືກສ້າງຂຶ້ນ ແລະ ຖືກປະກາດໃຊ້ໃນປີ 2005 ແລະ ໄດ້ຮັບການປັບປຸງມາແລ້ວ 3 ຄັ້ງ ຄື: ຄັ້ງທີໜຶ່ງໃນປີ 2014, ຄັ້ງທີສອງ ໃນປີ 2016 ແລະ ຄັ້ງທີສາມ ໃນປີ 2022 ເຊິ່ງການປັບປຸງແຕ່ລະຄັ້ງກໍເພື່ອແນໃສ່ເຮັດໃຫ້ວຽກງານແກ້ໄຂຄຳຮ້ອງທຸກ ມີຄວາມໂລ່ງລຽນ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະອົງການ, ຮັບປະກັນການບໍລິການຮັບໃຊ້ປະຊາຊົນ ໃຫ້ມີຄວາມວ່ອງໄວ ແລະ ສາມາດປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນລາວບັນດາເຜົ່າຕາມກົດໝາຍ. ສະນັ້ນ, ຍ້ອນເຫັນໄດ້ຄວາມສຳຄັນຂອງວຽກງານດັ່ງກ່າວ ຈຶ່ງຈຳເປັນຕ້ອງໄດ້ມີການເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ ໃຫ້ກວ້າງຂວາງໄປໃນທົ່ວສັງຄົມ ໂດຍສະເພາະການຈັດຕັ້ງ ແລະ ພະນັກງານທີ່ຮັບຜິດຊອບໃນການແກ້ໄຂຄຳຮ້ອງທຸກ ລວມເຖິງປະຊາຊົນບັນດາເຜົ່າ ໃນຂອບເຂດທົ່ວປະເທດ ໃຫ້ໄດ້ຮັບຮູ້ ແລະ ເຂົ້າໃຈ ເນື້ອໃນໃຫ້ມີຄວາມເປັນເອກະພາບກັນ ກ່ຽວກັບການນໍາໃຊ້ ແລະ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການແກ້ໄຂຄຳຮ້ອງທຸກ.
ໃນວັນທີ 19 ກັນຍາ 2023, ຄະນະ ຍັງຈະໄດ້ເດີນທາງໄປເຜີຍແຜ່ຢູ່ເມືອງປາກກະດິງ ແຂວງບໍລິຄຳໄຊຕື່ມອີກ.
(ພາບ ແລະ ຂ່າວ: ນາງ ສຸພາວັນ ຫອມສະນິດ)