





ຈຸດປະສົງຂອງການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອເປັນການຈັດຕັ້ງຜັນຂະຫຍາຍຂໍ້ຕົກລົງຮ່ວມ ລະ ຫວ່າງ ສະພາປະຊາຊົນແຂວງ ກັບ ອົງການປົກຄອງແຂວງ ສະບັບເລກທີ 70/ອຊ, ລົງວັນທີ 04 ກຸມພາ 2022, ເພື່ອເຮັດໃຫ້ການປະສານງານ ແລະ ການສະໜອງຂໍ້ມູນເຊິ່ງກັນ ແລະ ກັນ ມີຄວາມສະດວກ, ວ່ອງໄວທັນກັບເວ ລາ. ໃນພິທີຄະນະຮັບຜິດຊອບໄດ້ຜ່ານບົດບັນທຶກຮ່ວມການປະສານງານ ລະຫວ່າງ ຄະນະກໍາມະການຍຸຕິທຳ, ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ສະພາປະຊາຊົນແຂວງ ກັບ 3 ອົງການຄື: ອົງການກວດກາລັດແຂວງ, ກອງບັນຊາການທະຫານແຂວງ, ສະຫະພັນນັກຮົບເກົ່າແຂວງ, ເຊິ່ງເນື້ອໃນບົດບັນທຶກປະກອບມີ 3 ໝວດ, 7 ມາດຕາ,ໄດ້ກໍານົດຫຼັກການ, ຂັ້ນຕອນ, ເນື້ອໃນ ແລະ ກົນໄກການປະສານງານ ແນໃສ່ເຮັດໃຫ້ການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງແຕ່ລະພາກສ່ວນໃຫ້ສອດຄ່ອງກັບແນວທາງພັກ ແລະ ຖືກຕ້ອງຕາມລະບຽບກົດໝາຍ.



( ພາບ/ຂ່າວ: ແສງພອນ ອິິນນະລົງ).