ເພື່ອຮັບປະກັນໃຫ້ແກ່ການພົວພັນປະສານງານ ລະຫວ່າງ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ກັບ ອົງການທີ່ກ່ຽວຂ້ອງໃນຂົງເຂດວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າແຂວງ ເຂົ້າສູ່ລະບຽບຫຼັກການທັງຮັບປະກັນປະສິດທິຜົນໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ
ໃນຕອນເຊົ້າທີ 7 ຕຸລາ 2026 ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫລວງນ້ຳທາ ໄດ້ຈັດພິທີເຊັນບົດບັນທຶກຮ່ວມລະຫວ່າງ ຄະນະກຳມະການກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ສະພາປະຊາຊົນແຂວງ ກັບ ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໂດຍການເປັນປະທານຂອງທ່ານ ເພັດສະຫວັນ ຈິດດາລາ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນປີ ໄລປະເສີດ ກຳມະການຄະນະປະຈຳສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງ, ອົງການແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ຫົວໜ້າ, ຮອງຫົວໜ້າພະແນກການ, ພ້ອມດ້ວຍພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ 30 ກວ່າທ່ານ.

ທ່ານ ອີງ ແສງທາລາ ສະມາຊິກສະພາປະຊາຊົນແຂວງ ຮອງປະທານຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ໄດ້ຜ່ານບົດບັນທຶກຮ່ວມ 2 ສະບັບຄື: ບົດບັນທຶກຮ່ວມ ລະຫວ່າງ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ກັບ ແລະ ອົງການແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ, ຫ້ອງວ່າການແຂວງ, ພະແນກກະສິກຳ ແລະ ສິ່ງແວດລ້ອມ(ວຽກງານຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ) ແລະ ບົດບັນທຶກຮ່ວມ ລະຫວ່າງ ຄະນະກຳມະການວັດທະນະທຳ-ສັງຄົມ ແລະ ຊົນເຜົ່າ ກັບ ພະແນກສຶກສາທິການ ແລະ ກິລາ, ພະແນກສາທາລະນະສຸກ, ພະແນກວັດທະນະທຳ ແລະການທ່ອງທ່ຽວ, ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການກາແດງປະຈໍາແຂວງຫຼວງນໍ້າທາ,
ໂອກາດນີ້ ທ່ານ ບຸນປີ ໄລປະເສີດ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບທຸກພາກສ່ວນທີ່ໄດ້ພ້ອມກັນປະກອບຄໍາຄິດເຫັນ ເພື່ອຄວາມເປັນເອກະພາບກັນ, ທ່ານໃຫ້ຮູ້ວ່າການເຊັນບົດບັນທຶກນີ້ມີຄວາມສໍາຄັນຫລາຍ ເປັນບ່ອນອີງໃນການປະສານງານ ເຮັດໃຫ້ວຽກງານຂົງເຂດວັດທະນາທໍາ ແລະ ຊົນເຜົ່າ ເຂົ້າສູ່ຫຼັກການ, ລະບຽບການ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີປະສິດທິຜົນສູງ, ພ້ອມທັງ ໃຫ້ຖຶສໍາຄັນໃນການຈັດຕັ້ງປະຕິບັດບົດບັນທຶກສະບັບນີ້, ໃຫ້ມີຄວາມຮັບຜິດຊອບສູງໃນການປະສານງານ ເພື່ອສະໜອງຂໍ້ມູນເຊີ່ງກັນ ແລະ ກັນ ສາມາດຈັດຕັ້ງປະຕິບັດວຽກງານໃນຕໍ່ຫນ້າໃຫ້ມີຄຸນະພາບສໍາເລັດຕາມຄາດໝາຍທີ່ວາງໄວ້.

ຂ່າວ; ວັນນີ ແຝງບົວວັນ
