loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຊກອງ ຖະແຫຼງຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3

ສ.ຫ. 19, 2022 | ເຂດ 16 ເຊກອງ

         ພາຍຫຼັງສໍາເລັດກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາປະຊາຊົນແຂວງ ເຊກອງ ຊຸດທີ II ໃນຕອນບ່າຍວັນທີ 18 ສິງຫາ 2022 ຜ່ານມານີ້, ທີ່ສະໂມສອນສະພາປະຊາຊົນແຂວງ ທ່ານ ນາງ ຄໍາໄພ ວິລະສານ ຄະນະປະຈໍາ, ເລຂາທິການສະພາປະຊາຊົນແຂວງ ເຊກອງ ໄດ້ຖະແຫຼງກ່ຽວກັບຜົນສໍາເລັດຂອງກອງປະຊຸມດັ່ງກ່າວ ຕໍ່ສື່ມວນຊົນຂອງແຂວງວ່າ: ກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ໄດ້ດຳເນີນມາເປັນເວລາ 3 ວັນເຕັມ ໂດຍເລີ່ມແຕ່ວັນທີ 16-18 ສິງຫາ 2022 ຈິ່ງສໍາເລັດຢ່າງຈົບງາມ ໂດຍພາຍໃຕ້ການເປັນປະທານຂອງທ່ານ ດົງເພັດ ພະຍົນ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ.
     ກອງປະຊຸມໄດ້ຮັບກຽດຕ້ອນຮັບການເຂົ້າຮ່ວມຂອງທ່ານ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ເຊກອງ, ມີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16, ສະມາຊິກສະພາປະຊາຊົນແຂວງ, ບັນດາທ່ານການນໍາພັກ-ລັດຂັ້ນສູງຂອງແຂວງ, ມີຄະນະຕິດຕາມຈາກສະພາແຫ່ງຊາດ, ອະດີດພະນັກງານການນໍາຂອງແຂວງ, ອະດີດການນໍາຂອງສະພາປະຊາຊົນແຂວງ, ບັນດາຫົວໜ້າ ແລະ ຮອງພະແນກການ, ແນວລາວສ້າງຊາດແຂວງ, ອົງການຈັດຕັ້ງມະຫາຊົນ, ລັດວິສາຫະກິດ, ທະນາຄານ, ພະນັກງານລັດຖະກອນ ແລະ ສື່ມວນຊົນຂອງແຂວງ ເຂົ້າຮ່ວມ.
           ກອງປະຊຸມຄັ້ງນີ້ ບັນດາສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາທັງໝົດ 08 ເນື້ອໃນ ແລະ ໄດ້ຮັບຮອງເປັນມະຕິຂອງກອງປະຊຸມມີ 04 ເນື້ອໃນຄື: ເນື້ອໃນອັນທີ 01. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022 ຂອງແຂວງ; ເນື້ອໃນທີ 02. ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022 ຂອງແຂວງ; ເນື້ອໃນທີ 03. ພິຈາລະນາ ແລະ ຮັບຮອງເອົາເອົາບົດລາຍງານຂອງຄະນະປະຈໍາສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານ 06 ເດືອນຕົ້ນປີ 2022 ແລະ ແຜນການ 06 ເດືອນທ້າຍປີ 2022 ຂອງຄະນະປະຈໍາສະພາປະຊາຊົນແຂວງ ຊຸດທີ II ແລະ ເນື້ອໃນທີ 04. ພິຈາລະນາ ແລະ ຮັບຮອງເອົາການສ້າງ ແລະ ປັບປຸງນິຕິກໍາໃຕ້ກົດໝາຍ 01 ສະບັບຄື: ຂໍ້ຕົກລົງວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ໃນຂອບເຂດ 04 ຕົວເມືອງ ຂອງແຂວງ ເຊກອງ (ສະບັບປັບປຸງ).
            ຕອນທ້າຍທ່ານ ນາງ ຄໍາໄພ ວິລະສານ ຍັງໄດ້ຮຽກຮ້ອງມາຍັງການນໍາພັກ-ລັດ ພ້ອມດ້ວຍສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ອົງການແນວລາວສ້າງຊາດ, ອົງການຈັດ ຕັ້ງມະຫາຊົນ ຕະຫຼອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ເຊກອງ ຈົ່ງນໍາເອົາເນື້ອໃນຜົນສໍາເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາປະຊາຊົນແຂວງ ຊຸດທີ II ນີ້ນໍາໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ມີໝາກຜົນຢ່າງຈົບງາມ.
#ໂດຍ: ນາລີວັນ.