loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ເຈົ້າແຂວງເຊກອງສຳເລັດການຊຸກຍູ້ວຽກຮາກຖານຢູ່ເມືອງກະລຶມ

ພ.ພ. 17, 2023 | ເຂດ 16 ເຊກອງ

         ລະຫວ່າງວັນທີ 10-14 ພຶດສະພາ 2023 ຜ່ານມາ, ທ່ານ ເຫລັກໄຫລ ສີວິໄລ ເລຂາພັກແຂວງ, ເຈົ້າແຂວງເຊກອງ ພ້ອມດ້ວຍພະແນກການ, ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ສຳເລັດການລົງຊຸກຍູ້ວຽກງານຮາກຖານຢູ່ 5 ບ້ານຂອງເມືອງ ກະລຶມ ຄື: ບ້ານໂປມ, ບ້ານໄລປໍ, ບ້ານໂຣະນ້ອຍ, ບ້ານໂຣະໃຫຍ່ ແລະ ບ້ານຕະນຶງ-ຕັງປຼິນ ໂດຍມີທ່ານ ອໍບົວລາ ອ່ອນມະໄລວົງ ເຈົ້າເມືອງກະລຶມ ແລະ ຄະນະພັກ, ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນ ພາຍໃນບ້ານໃຫ້ການຕ້ອນຮັບຢ່າງອົບອຸ່ນ.
          ການລົງຊຸກຍູ້ວຽກງານຮາກຖານຂອງ ທ່ານ ເຈົ້າແຂວງ ເຊກອງ ຄັ້ງນີ້ ກໍເພື່ອເກັບກຳສະພາບການ, ຂໍ້ມູນພື້ນຖານຕົວຈິງ, ພື້ນຖານການດຳລົງຊີວິດ, ການທຳມະຫາກິນຂອງປະຊາຊົນ, ພ້ອມທັງ ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງຂັ້ນແຂວງ ແລະ ເມືອງ ພ້ອມກັນວາງແຜນໃຫ້ຖືກຈຸດແທດເໝາະກັບສະພາບເງື່ອນໄຂແຕ່ລະບ້ານໃນການພັດທະນາຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ຫຼຸດພົ້ນຈາກຄວາມທຸກຍາກ ແລະ ຮີບດ່ວນແມ່ນຂະແໜງກະສິກຳ ແລະ ປ່າໄມ້ ໃຫ້ສ້າງໂຄງການສຸມທຶນຮອນເທົ່າທີ່ມີ, ລົງທຶນບຸກເບີກເນື້ອທີ່ການຜະລິດ ໂດຍສະເພາະແມ່ນເນື້ອທີ່ນາບ່ອນມີເງື່ອນໄຂໃຫ້ປະຊາຊົນ ເພື່ອຫຼຸດຜ່ອນການເຮັດໄຮ່ແບບເລື່ອນລອຍ ຫັນມາເຮັດນາແບບຄົງທີ່ຖາວອນ ຄຽງຄູ່ກັບການສະໜອງແນວພັນການເພາະປູກ, ສັດລ້ຽງ ປະເພດຄວາຍ, ງົວ ແລະ ແບ້ ທີ່ເຫັນວ່າເໝາະສົມທີ່ສຸດ ແລະ ສ້າງລາຍຮັບທີ່ແນ່ນອນໃຫ້ເຂົາເຈົ້າ; ຮຽກຮ້ອງອໍານາດການປົກຄອງບ້ານ ແລະ ປະຊາຊົນ ໃຫ້ເຊື່ອມຊຶມ, ກຳແໜ້ນແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ໃຫ້ເລິກເຊິ່ງ, ຖືສຳຄັນວຽກງານປກສ-ປກຊ ໃນການຕິດຕາມກວດກາ ແລະ ປົກປັກຮັກສາຊັບພະຍາກອນປ່າໄມ້ ແລະ ຕ້ານປະກົດການຫຍໍ້ທໍ້ພາຍໃນບ້ານ ແລະ ລຽບຊາຍແດນ; ດ້ານວຽກງານກະສິກຳ ໃຫ້ເອົາໃຈໃສ່ການປູກ-ການລ້ຽງເພື່ອພັດທະນາເສດຖະກິດຄອບຄົວ; ຊຸກຍູ້ສົ່ງເສີມລູກຫຼານໃນເກນອາຍຸໃຫ້ໄດ້ເຂົ້າໂຮງຮຽນ ແລະ ປະຕິບັດຫຼັກການສຸຂະອະນາໄມ. ພ້ອມທັງ, ມອບເຄື່ອງອຸປະໂພກ-ບໍລິໂພກ ແລະ ອຸປະກອບການສຶກສາ ຈໍານວນໜຶ່ງ ໃຫ້ແຕ່ລະບ້ານ ແລະ ຈັດກິດຈະກຳກວດພະຍາດ ແລະ ຈ່າຍຢາໃຫ້ປະຊາຊົນໃນເຂດດັ່ງກ່າວ.         
           ພ້ອມນັ້ນ, ຍັງໄດ້ຊຸກຍູ້, ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງເສັ້ນທາງແຕ່ບ້ານແບ່ງ (ພູລະກຸບ) ຫາເມືອງ ກະລຶມໃໝ່; ຕິດຕາມການດຳເນີນກິດຈະການໂຮງງານປຸງແຕ່ງແຮ່ຄຳເຂດບ້ານກະອ່ວງ-ອາເຕັງ ຂອງບໍລິສັດລາວກະລຶມບໍ່ແຮ່ຈຳກັດ ແລະ ໂຄງການເຂື່ອນໄຟຟ້າຫ້ວຍລະແງຢູ່ ບ້ານໂບບິງ ທີ່ເປັນໂຄງການບຸລິມະສິດຂອງລັດຖະບານເພື່ອພັດທະນາທ້ອງຖິ່ນ ແລະ ຊຸກຍູ້ວຽກງານຮາກຖານຢູ່ເຂດພັດທະນາທີ 5 ປາກປູນ ເມືອງ ລະມາມ ຕື່ມອີກ.
#ຂ່າວ: ວິລະກອນ ຄຳວິໄລ.