
ວັນທີ 8 ທັນວາ 2023 ນີ້, ສະພາປະຊາຊົນແຂວງ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຂຸດຄົ້ນແຮ່ທາດ ຢູ່ເມືອງນາໝໍ້, ນໍາໂດຍທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ມີປະທານຄະນະກຳມະການ, ຮອງປະທານຄະນະກຳມະການ, ຄະນະທິມງານ ແລະ ມີຮອງເຈົ້າເມືອງ, ບັນດາທ່ານຄະນະນໍາເມືອງ, ສະມາຊິກສະພາປະຊາຊົນແຂວງປະຈໍາເຂດເລືອກຕັ້ງເມືອງ, ຫົວໜ້າຫ້ອງການ ແລະ ພະນັກງານຂະແໜງກ່ຽວຂ້ອງເຂົ້າຮ່ວມ.


ການເຄື່ອນໄຫວໃນຄັ້ງນີ້, ໄດ້ຮັບຟັງການລາຍງານ ສະພາບລວມກ່ຽວກັບການຈັດຕັ້ງປະຕິບັດ ແລະ ການຄຸ້ມຄອງ ການຊອກຄົ້ນ, ຂຸດຄົ້ນ, ປຸງແຕ່ງແຮ່ທາດ ແລະ ໂຮງງານຂົບຫີນ ເປັນຄືແນວໃດ, ມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ; ການຂົນສົ່ງອອກແຮ່ທາດ, ບັນດາບໍລິສັດໄດ້ໃຫ້ຄວາມຮ່ວມມືຂັນເມືອງຄືແນວໃດ ແລະ ຂັ້ນເມືອງໄດ້ກວດກາການສົ່ງອອກຜະລິດຕະພັນແຮ່ທາດຄືແນວໃດ; ກົນໄກການປະສານງານລະຫວ່າງຂັ້ນເມືອງ ແລະ ຂັ້ນແຂວງ, ລະຫວ່າງຂະແໜງການທີ່ກ່ຽວຂ້ອງຕໍາກັບການໃຫ້ເຊົ່າ ແລະ ສໍາປະທານກິດຈະການແຮ່ທາດຢູ່ຂັ້ນເມືອງມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ; ການປະຕິບັດພັນທະທາງການເງິນ ຕາມມາດຕາ 72;73 ແລະ 74 ຂອງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນ ບັນດາບໍລິສັດໄດ້ປະຕິບັດຄືແນວໃດມີຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຄືແນວໃດ ແລະ ໄດ້ຮັບຟັງການລາຍງານ ກ່ຽວກັບການແກ້ໄຂຄໍາຮ້ອງທຸກ ແລະ ການສຶກສາອົບຮົມ ໃຫ້ປະຊາຊົນຜູ້ທີ່ຖືກຜົນກະທົບຈາກບໍລິສັດຂຸດຄົ້ນແຮ່ທາດ ແລະ ຫລັງຈາກນັ້ນບັນດາທ່ານທີ່ເຂົ້າຮ່ວມ ໄດ້ສົນທະນາແລກປ່ຽນເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ.




