loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮຽບຮຽງຄືກົດໝາຍ 3 ສະບັບ

ສ.ຫ. 23, 2019 | ຂ່າວກອງປະຊຸມ

(ສພຊ) ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສະບັບປັບປຸງ 2015) ກໍານົດວ່າ ພົນ​ລະ​ເມືອງ​ລາວ​ມີພັນທະ​ເສຍ​ພາສີ ​ແລະ ອາກອນ ຕາມ​ກົດໝາຍ ສະ​ນັ້ນ, ​ເຫັນ​ວ່າ ສ່ວຍ​ສາ​ອາກອນ, ອາກອນ​ຊົມ​ໃຊ້ ​ແລະ ອາກອນລາຍ​ໄດ້ ​ ​ແມ່ນ​ພັນທະ​ຂອງໝົດທຸກ​ຄົນທີ່​ຕ້ອງ​ໄດ້​ເສຍຕາມ​ທີ່​ໄດ້​ກໍານົດ​ໄວ້​ໃນ​ກົດໝາຍ. ດ້ວຍ​ເຫດ​ນັ້ນ, ຈຶ່ງ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ໄດ້​ປັບ​ປຸງ ​ແລະ ສ້າງ​ກົດໝາຍຂຶ້ນ​ມາ ​ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ​ສ່ວຍ​ສາ​ອາກອນ, ອາ ກອນ​ຊົມ​ໃຊ້ ​ແລະ ອາກອນ​ລາຍ​ໄດ້ ​ມີ​ຄວາມ​ຖືກຕ້ອງ, ​ເປັນ​ລະບົບ, ສອດ​ຄ່ອງ​ກັບ​ສະພາບ​ການ​ຂະຫຍາຍຕົວ​ທາງ​ດ້ານ​ເສດຖະກິດ-​ສັງຄົມ​ໃນ​ປັດຈຸບັນ ​ແລະ ສາມາດ​ເກັບ​ອາກອນ​ປະ​ເພດ​ຕ່າງໆ​ເຂົ້າ​ງົບປະມານ​ແຫ່ງ​ລັດ ຕາມ​ກົດໝາຍ ເຊິ່ງໃນ​ກອງ​ປະຊຸມ​ສະ​ໄໝສາມັນ​ເທື່ອ​ທີ 7 ຂອງ​ສະພາ​ແຫ່ງ​ຊາດຊຸດ​ທີ VIII ຈຶ່ງ​ໄດ້​ພິຈາລະນາ ​ແລະ ຮັບຮອງ​ເອົາ​ 3 ຮ່າງກົດໝາຍທີ່​ຕິດ​ພັນ​ກັບ​ວຽກງານ​ສ່ວຍ​ສາ​ອາກອນ​ຄື: ຮ່າງກົດໝາຍວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ສ່ວຍ​ສາ​ອາກອນ (​ປັບປຸງ), ຮ່າງກົດໝາຍວ່າ​ດ້ວຍ​ອາກອນ​ຊົມ​​ໃຊ້ (ສ້າງ​ໃໝ່) ແລະ ຮ່າງກົດໝາຍວ່າ​ດ້ວຍ​ອາກອນ​ລາຍ​ໄດ້ (ສ້າງ​ໃໝ່) ສະ​ນັ້ນ, ໃນລະຫວ່າງວັນທີ 15-17 ກໍລະກົດ 2019 ທີ່ເມືອງວຽງຄໍາ, ແຂວງວຽງຈັນ ສະພາ​ແຫ່ງ​ຊາດ ຮ່ວມກັບກະຊວງການເງິນ ໄດ້ຈັດກອງປະຊຸມຮຽບຮຽງຄືນ​ເນື້ອ​ໃນ​ຂອງ 3 ກົດໝາຍ​ດັ່ງກ່າວ​ ໂດຍການເປັນປະທານຂອງທ່ານ ສົມພັນ ແພງຄໍາມີ ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ເຂົ້າຮ່ວມມີບັນດາປະທານ​-ຮອງ​ປະທານ​ກໍາມາ​ທິການ ທີ່​ກ່ຽວຂ້ອງ​ຂອງ​ສະພາ​ແຫ່ງ​ຊາດ, ຮອງລັດຖະມົນຕີກະຊວງການເງິນ, ຮອງ​ລັດຖະມົນຕີ​ກະຊວງ​ໂຍທາ​ທິການ ແລະ ຂົນ​ສົ່ງ, ຫົວໜ້າ-ຮອງຫົວໜ້າກົມ, ພະນັກງານບໍານານ, ລັດຖະກອນວິຊາ​ການຈາກສະພາແຫ່ງຊາດ, ກະຊວງການເງິນ ​ແລະ ຜູ້ຕາງໜ້າຈາກພາກສ່ວນ​ທີ່​ກ່ຽວຂ້ອງຈໍານວນໜຶ່ງ.

ກອງປະຊຸມ​ໃນຄັ້ງນີ້ ໄດ້ນໍາເອົາຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ທີ່​ມີ​ຕໍ່​ກົດໝາຍທັງ 3 ​ສະບັບ​ດັ່ງກ່າວ ມາຄົ້ນຄວ້າ, ພິຈາລະນາ ແລະ ຮຽບຮຽງ ເຂົ້າໃສ່ເນື້ອໃນຂອງກົດໝາຍ ​ເພື່ອ​ໃຫ້​ມີ​ຄວາມ​ຖືກຕ້ອງ, ສອດ​ຄ່ອງ​ກັບ​ກົດໝາຍອື່ນ​ທີ່​ກ່ຽວຂ້ອງ ​ແລະ ສາມາ​ດຈັດ​ຕັ້ງ​ປະຕິບັດ​ ​ເພື່ອລາຍງານຕໍ່ກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ເພື່ອພິຈາລະນາ​ ​ກ່ອນ​ສະເໜີທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ລົງ​ລາຍ​ເຊັນ ​ແລະ ສະ​ເໜີ​ຕໍ່ປະທານປະເທດ ພິຈາລະນາອອກລັດຖະດໍາລັດປະກາດໃຊ້.