

ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍສານປະຊາຊົນ ຕາມການປະກອບຄຳເຫັນຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນ ທັງໝົດ 19 ທ່ານ ແລະ ສົ່ງເອກະສານປະກອບຄຳເຫັນ ຈຳນວນ 5 ທ່ານ ກວມເອົາ 4 ມາດຕາ, 36 ເນື້ອໃນ ໄດ້ໄຂຂຶ້ນໃນວັນທີ 3 ສິງຫາ 2022 ຢູ່ທີ່ລ່ອງງື່ມວິວ ລີສອດ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ ສະພາແຫ່ງຊາດ; ມີທ່ານ ຄຳແພງ ວິລະພັນ ປະທານກຳມາທິການຍຸຕິທຳ, ທ່ານ ບຸນຂວາງ ທະວີສັກ ຮອງປະທານສານປະຊາຊົນສູງສຸດ, ຮອງລັດຖະມົນຕີກະຊວງຍຸຕິທຳ, ບັນດາທ່ານຮອງປະທານກຳມາທິການຍຸຕິທຳ, ກຳມາທິການກົດໝາຍ, ຄະນະທີ່ປືກສາດ້ານກົດໝາຍຂອງຄະນະປະຈຳສະພາແຫ່ງຊາດ, ຫົວໜ້າ-ຮອງຫົວໜ້າກົມ ແລະ ພະນັກງານ-ລັດຖະກອນ ຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.



(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)