ຮັກສາການແທນປະທານສະພາແຫ່ງຊາດ ປະກາດກົງຈັກການຈັດຕັ້ງຢູ່ ສປນວ

ສ.ຫ. 26, 2026

(ສພຊ) – ວັນທີ 20 ສິງຫາ 2026, ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮັກສາການແທນປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈໍາສະພາແຫ່ງຊາດ ເຂົ້າຮ່ວມພິທີປະກາດພະນັກງານການນໍາຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ສປນວ) ຊຸດທີ IV ອອກພັກການ-ຮັບອຸດໜູນບໍານານ ແລະ ການປະກາດກົງຈັກການຈັດຕັ້ງທີ່ຄະນະປະຈຳສະພາແຫ່ງຊາດສ້າງຕັ້ງ ນັ້ນຄື: ຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ຊຸດທີ V; ໂດຍມີທ່ານ ອາດສະພັງທອງ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ, ທ່ານ ສີລິລາດທົງສິນ ທອງເພັງ ຮອງເລຂາຄະນະບໍລິຫານງານພັກ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ບັນດາທ່ານໃນການນຳຂັ້ນຕ່າງໆຂອງນະຄອນຫຼວງ ພ້ອມບັນດາທ່ານສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ລາຍງານສະພາບການເຄື່ອນໄຫວໃນໄລຍະ 6 ເດືອນຕົ້ນປີ ແລະ ແຜນຈຸດສຸມໃນ 6 ເດືອນທ້າຍປີ 2026 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ; ຈາກນັ້ນ, ທ່ານ ພູທອນ ແກ້ວດວງມະນີ ຄະນະປະຈຳພັກ, ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ອະດີດການນຳຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV 2 ທ່ານ ອອກພັກການ-ຮັບອຸດໜູນບຳນານ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ວ່າດ້ວຍການອະນຸມັດໃຫ້ບັນດາທ່ານການນຳຄະນະກຳມະການຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ IV ຈຳນວນ 3 ທ່ານ ອອກພັກການ-ຮັບອຸດໜູນບຳນານ, ມະຕິຂອງຄະນະປະຈໍາສະພາປະຊາຊົນນະຄອນຫຼວງວຽງຈັນ ວ່າດ້ວຍການແຕ່ງຕັ້ງຮອງປະທານຄະນະກຳມະການສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ການແຕ່ງຕັ້ງຮອງຫົວໜ້າຫ້ອງວ່າການສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ V.
ທ່ານ ວຽງແກ້ວ ວັນນະຈັກ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຂຶ້ນຜ່ານມະຕິຂອງຄະນະປະຈຳສະພາແຫ່ງຊາດ ສະບັບເລກທີ 181/ຄປຈ, ລົງວັນທີ 08/7/2026 ວ່າດ້ວຍການສ້າງຕັ້ງຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ຈຳນວນ 18 ທ່ານ ໂດຍແມ່ນທ່ານ ອາດສະພັງທອງ ສີພັນດອນ ເປັນປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1 ແລະ ທ່ານ ທະນົງໄຊ ຄຸດໄພທູນ ເປັນຮອງປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 1.
ໃນພິທີດັ່ງກ່າວ, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມີການໂອ້ລົມ ໂດຍໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນງານ ແລະ ຜົນສໍາເລັດຮອບດ້ານຂອງນະຄອນຫຼວງ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະພັກ, ອໍານາດການປົກຄອງຂອງນະຄອນຫຼວງ ຕະຫຼອດໄລຍະຜ່ານມາ ແລະ ໃຫ້ທິດຊີ້ນຳການເຄື່ອນໄຫວຂອງສະພາປະຊາຊົນນະຄອນຫຼວງ, ການປະຕິບັດໜ້າທີ່ ແລະ ພາລະບົດບາດຂອງຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໂດຍເນັ້ນໜັກໃຫ້ເອົາໃຈໃສ່ການປະຕິບັດກົນໄກປະສານງານລະຫວ່າງສະພາແຫ່ງຊາດ ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ, ການປະຕິບັດຕາມ 3 ພາລະບົດບາດຂອງຕົນ ເພື່ອເຮັດສໍາເລັດໜ້າທີ່ການເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໃຫ້ໄດ້ຢ່າງເຕັມສ່ວນ, ປະກອບສ່ວນສ້າງນະຄອນຫຼວງ ໃຫ້ສົມເປັນໝາກຫົວໃຈຂອງຊາດ.