(ສພຊ) ວັນທີ 21 ມິຖຸນາ 2022 ທີ່ຕຶກອາຄານຄະນະເລຂາທິການສະພາແຫ່ງຊາດ ໄດ້ມີພິທີມອບ-ຮັບນໍ້າດື່ມ ຈໍານວນ 500 ແພັກ ລວມມູນຄ່າ 7 ລ້ານກີບ ເພື່ອປະກອບສ່ວນເຂົ້າໃນວຽກງານຂອງກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX; ມອບໂດຍທ່ານ ສີສະຫວ່າງ ລົດທະລາດ ອໍານວຍການບໍລິສັດ T&V ສໍາຫລວດອອກແບບກໍ່ສ້າງ ແລະ ຮັບໂດຍທ່ານ ປອ. ບຸນທັນ ບຸນວິໄລ ຮອງເລຂາທິການສະພາແຫ່ງຊາດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງພາກສ່ວນກ່ຽວຂ້ອງທັງສອງຝ່າຍ.
(ພາບ ແລະ ຂ່າວ: ສຸພາວັນ ຫອມສະນິດ)