ຮອງຫົວໜ້າ ຫສຊ ເຄື່ອນໄຫວວຽກງານຢູ່ 2 ແຂວງພາກເໜືອ

ພ.ຈ. 9, 2026

         (ສພຊ) – ລະຫວ່າງວັນທີ 3-5 ພະຈິກ 2026, ທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ (ຫສຊ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ (ສພຂ) ອຸດົມໄຊ ແລະ ຫຼວງພະບາງ ໂດຍໄດ້ຮັບການຕ້ອນຮັບຈາກທ່ານ ຄໍາຈັນ ວາບົວແສງ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງອຸດົມໄຊ ແລະ ທ່ານ ສົມໃຈ ຢາທໍ່ຕູ້ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງຫຼວງພະບາງ ພ້ອມດ້ວຍຄະນະ.‎
ຈຸດປະສົງການເຄື່ອນໄຫວຄັ້ງນີ້ ແມ່ນເພື່ອຕິດຕາມ, ຊຸກຍູ້ ແລະ ເກັບກໍາຂໍ້ມູນ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການສະພາປະຊາຊົນແຂວງ (ຫສຂ) ໂດຍສະເພາະການເປັນເສນາທິການໃຫ້ແກ່ຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາເຂດເລືອກຕັ້ງ ແລະ ສະພາປະຊາຊົນແຂວງ ເປັນຕົ້ນ: ວຽກງານຄົ້ນຄວ້າສັງລວມ, ວຽກງານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ວຽກງານງົບປະມານ-ການເງິນ, ວຽກງານບໍລິຫານ-ພິທີການ, ວຽກງານສື່ມວນຊົນ, ວຽກງານກວດກາ, ວຽກງານ ສສຊ, ວຽກງານຄຸ້ມຄອງພື້ນຖານໂຄງລ່າງ; ທັງນີ້, ກໍເພື່ອສ້າງເງື່ອນໄຂໃຫ້ບັນດາກົມຂອງ ຫສຊ ໄດ້ແລກປ່ຽນບົດຮຽນກັບບັນດາຂະແໜງການຂອງ ຫສຂ ແນໃສ່ເກັບກໍາສະພາບຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ຂໍ້ສະເໜີຕ່າງໆ ໃນການປະຕິບັດໜ້າທີ່ວຽກງານຜ່ານມາຂອງຫ້ອງວ່າການສະພາປະຊາຊົນແຂວງ.
         ຄະນະໄດ້ເຂົ້າພົບທ່ານ ນາງ ຄໍາໝັ້ນ ແກ້ວບຸນຫວນ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງອຸດົມໄຊ (ຜູ້ປະຈໍາການ) ແລະ ທ່ານ ສໍານານ ສົນທະນີ ຄະນະປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ (ຜູ້ປະຈໍາການ) ເພື່ອແຈ້ງຈຸດປະສົງໃນການເຄື່ອນໄຫວວຽກງານຄັ້ງນີ້. ຮອງປະທານ ສພຂ ທັງສອງທ່ານ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາເຄື່ອນໄຫວວຽກງານຂອງຄະນະ ເຊິ່ງຈະເປັນການປະກອບສ່ວນອັນສໍາຄັນໃນການຊຸກຍູ້, ແນະນໍາ ແລະ ໃຫ້ທິດຊີ້ນໍາແກ່ ສພຂ ທັງເນັ້ນໜັກວ່າ ຜົນຂອງການແລກປ່ຽນບົດຮຽນຄັ້ງນີ້ ຈະຊ່ວຍໃຫ້ການເປັນເສນາທິການຂອງ ຫສຂ ມີຄວາມເຂັ້ມແຂງ, ເຮັດໃຫ້ການປະສານງານມີຄວາມຄ່ອງຕົວ ແລະ ສາມາດປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ ມີຜົນສໍາເລັດເປັນຢ່າງດີ.
‎         ຈາກນັ້ນ, ໄດ້ເຮັດວຽກກັບຫ້ອງວ່າການສະພາປະຊາຊົນແຂວງ ເຊິ່ງໄດ້ຮັບຟັງການລາຍງານໂດຍຫຍໍ້ສະພາບການຈັດຕັ້ງປະຕິບັດໜ້າທີ່ການເປັນເສນາທິການໃຫ້ແກ່ຄະນະ ສສຊ ປະຈໍາເຂດເລືອກຕັ້ງ ແລະ ສພຂ ໂດຍຍົກໃຫ້ເຫັນຜົນສໍາເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດວຽກງານຄົ້ນຄວ້າ-ສັງລວມ, ວຽກງານເລຂານຸການ-ເລຂາການນໍາ, ວຽກງານຈັດຕັ້ງ, ວຽກງານກວດກາ, ວຽກງານບໍລິຫານ, ວຽກງານການເງິນ, ວຽກງານສື່ມວນຊົນ ແລະ ວຽກງານຄະນະ ສສຊ ປະຈໍາເຂດເລືອກຕັ້ງ; ພ້ອມດຽວກັນ, ກໍໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະກອບຄໍາຄິດເຫັນຢ່າງກົງໄປກົງມາໃນແຕ່ລະບັນຫາ, ຍົກໃຫ້ເຫັນຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ທິດທາງແກ້ໄຂ ທັງມີຂໍ້ສະເໜີໃຫ້ຫ້ອງວ່າການສະພາແຫ່ງຊາດຊ່ວຍຊຸກຍູ້ ເປັນຕົ້ນ: ວຽກງານບໍລິຫານ, ການປະກອບພາຫະນະຮັບໃຊ້ ແລະ ອຸປະກອນຮັບໃຊ້ວຽກງານວິຊາສະເພາະ, ວຽກງານການເງິນ, ການກໍ່ສ້າງພື້່້ນຖານໂຄງລ່າງ ແລະ ວຽກງານອື່ນ ທີ່ຍັງມີຄວາມຫຍຸ້ງຍາກ.
‎                                    (ນາງ ໄມອ່ອນ ເລືອງໄຊສີ)