ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລາຍງານຄືນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສະບັບສ້າງໃໝ່)

​ກ.ກ. 8, 2022 | SlideMobile

(ສພຊ) ໃນຕອນເຊົ້າວັນທີ 7 ກໍລະກົດ 2022 ນີ້ ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ. ກອງປະຊຸມໄດ້ຮັບຟັງລາຍງານຄືນການປັບປຸງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສະບັບສ້າງໃໝ່) ຈາກທ່ານ ປອ. ພົຕ. ທອງເຫຼັກ ມັງໜໍ່ເມກ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ; ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງອາວຸດ ແລະ ວັດຖຸລະເບີດ (ສະບັບສ້າງໃຫມ່) ແລະ ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ດ້ວຍຄະແນນສຽງສ່ວນຫຼາຍ.