loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສະພາປະຊາຊົນ ນວ ຢ້ຽມຢາມພົບປະ ແລະ ເຮັດວຽກ ກັບຄະນະຜູ້ແທນສະພາຜູ້ແທນປະຊາຊົນ ນະຄອນຫຼວງອູລານບາຕໍ ແຫ່ງ ມົງໂກລີ

ມ.ສ. 22, 2024 | ເຂດ 1 ນະຫລວງວຽງຈັນ

ໃນໄລຍະວັນທີ 01 – 07 ເມສາ 2024 ຜ່ານມາ, ສະພາປະຊາຊົນ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມພົບປະ ແລະ ເຮັດວຽກ ກັບຄະນະຜູ້ແທນສະພາຜູ້ແທນປະຊາຊົນ ນະຄອນຫຼວງອູລານບາຕໍ ແຫ່ງ ມົງໂກລີ ເພື່ອແລກປ່ຽນບົດຮຽນກັບ ສະພາຜູ້ແທນປະຊາຊົນ ນະຄອນຫຼວງອູລານບາຕໍ ດ້ານວຽກງານການຕິດຕາມກວດກາ ການຈັດຕັ້ງປະຕິບັດພາລະບົດຂອງສະພາປະຊາຊົນຂັ້ນທ້ອງຖິ່ນ ແລະ ປຶກສາຫາລືເນື້ອໃນສໍາຄັນຕົ້ນຕໍ ຕໍ່ຮ່າງບົດບັນທຶກການຮ່ວມມື (MoC) ລະຫວ່າງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະພາຜູ້ແທນປະຊາຊົນ ນະຄອນຫຼວງອູລານບາຕໍ.
 
ໃນການຢ້ຽມຢາມຄັ້ງນີ້, ຄະນະຜູ້ແທນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ເຂົ້າຢຽມຂໍ່ານັບ ທ່ານ ຈ. ບັດບາຢາສ໌ກາລັງ, ປະທານ ສະພາຜູແທນປະຊາຊົນ ນະຄອນຫຼວງ ອູລານບາຕໍ, ເຊິ່ງໃນການຢ້ຽມຂໍ່ານັບດັ່ງກ່າວ ທ່ານ ນາງ ລຳພອຍ ສີອັກຄະຈັນ, ຮອງປະທານ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ລາຍງານ ແລະ ແລກປ່ຽນບົດຮຽນດ້ານສະພາບການພັດທະນາເສດຖະກິດ-ສັງຄົມ, ສະພາບການເຄື່ອນໄຫວວຽກງານ ແລະ ຂໍ້ມູນດ້ານໂຄງປະກອບການຈັດຕັ້ງ ຂອງສອງນະຄອນຫຼວງ ກໍຄື ສອງສະພາປະຊາ ຊົນຂັ້ນທ້ອງຖິ່ນ ແລະ ປຶກສາຫາລື ກ່ຽວກັບ ຮ່າງບົດບັນທຶກການຮ່ວມມື ເຊິ່ງທັງສອງຝ່າຍກໍໄດ້ມີຄວາມເຫັນດີເປັນເອກະພາບສູງຕໍ່ດ້ານຫຼັກການ ແລະ ເນື້ອໃນ ຂອງຮ່າງບົດບັນທຶກດັ່ງກ່າວ.
ນອກຈາກນີ້, ຄະນະຜູ້ແທນ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ນາງ ສ. ອອດຕອງໂທຢາ, ຮອງປະທານ ສະພາຄູຣານໃຫຍ່ ແຫງ ມົງໂກລີ ໄດ້ຢ້ຽມຢາມ ທ່ານ ແພງສະຫວັນ ແກ້ວປະເສີດ ເອກອັກຄະລັດຖະທູດ ສປປ ລາວ ປະຈໍາ ມົງໂກລີ ແລະ ຍັງໄດ້ເດີນທາງຢ້ຽມຢາມສະຖານທີ່ສຳຄັນຕ່າງໆ ຂອງ ນະຄອນຫຼວງອູລານບາຕໍ ເປັນຕົ້ນ: ຫໍພິພິຕະພັນ ຈິງກິສຄານ, ໂຮງງານຜະລິດຜ້າພົມ, ໂຮງງານຜະລິດເສື້ອຜ້າຈາກຂົນແບ້ ແລະ ສະຖານທີ່ຕ່າງໆ.