loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສພຊ ເຄື່ອນໄຫວວຽກງານຢູ່ແຂວງໄຊສົມບູນ

​ກ.ກ. 22, 2020 | ຂ່າວກອງປະຊຸມ

(ສພຊ) ໃນຕອນບ່າຍວັນທີ 14 ກໍລະກົດ 2020, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ (ສພຊ) ຮ່ວມກັບສະພາປະຊາຊົນແຂວງ (ສພຂ) ໄຊສົມບູນ ໂດຍມີທ່ານ ຄໍາແດງ ສີລາວົງ ຮອງປະທານ ສພຂ ແລະ ທ່ານ ນາງ ຂັນກາບ ໄຊຍະກຸມມານ ເລຂາທິການ ສພຂ ໄດ້ລົງຕິດຕາມກວດກາໂຄງການລ້ຽງງົວພັນພື້ນເມືອງ ແລະ ປູກຫຍ້າລ້ຽງງົວ ຢູ່ບ້ານອອມ ເມືອງອະນຸວົງ ແຂວງໄຊສົມບູນ.

ໂອກາດດັ່ງກ່າວ ຄະນະ ໄດ້ຮັບຟັງເລຂາພັກບ້ານໆອອມ ລາຍງານສະພາບການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ເຊິ່ງທ່ານໃຫ້ຮູ້ວ່າ: ບ້ານອອມ ແມ່ນບ້ານຈຸດສຸມພັດທະນາຂອງລັດຖະບານ ກໍຄືຂອງແຂວງ ທີ່ມີແຜນຈະສ້າງໃຫ້ເຂດນີ້ ໄດ້ຮັບການພັດທະນາໃຫ້ມີສີສັນກາຍເປັນຕົວເມືອງນ້ອຍໃນອະນາຄົດ ໂດຍປະຕິບັດຕາມແຜນຍຸດທະສາດ ແລະ ແຜນພັດທະນາຂອງແຂວງ ໃນນັ້ນ, ໂຄງການລ້ຽງງົວແມ່ພັນພື້ນເມືອງລາວ ແລະ ປູກຫຍ້າລູຊີ ກໍແມ່ນໜຶ່ງໃນໂຄງການຂອງລັດຖະບານ ທີ່ສຸມໃສ່ການພັດທະນາເສດຖະກິດຂອງບ້ານ ໂຄງການດັ່ງກ່າວ ໄດ້ມອບງົວໃຫ້ປະຊາຊົນຈຳນວນ 145 ໂຕ ໃຫ້ພໍ່ແມ່ປະຊາຊົນ ຈຳນວນ 72 ຄອບຄົວ ແລະ ແນວພັນພືດ ສຳລັບໃຊ້ເປັນອາຫານງົວ ຈຳນວນ 1.298 ກິໂລ ເຊິ່ງໄດ້ປູກໃນເນື້ອທີ່ 81 ເຮັກຕາ ໂດຍມີກຳນົດການລ້ຽງ 4 ປີ ແມ່ນຈະໄດ້ສົ່ງງົວແມ່ພັນຄືນ ສ່ວນລູກງົວທີ່ເກີດຈາກງົວແມ່ພັນເຫລົ່ານີ້ ແມ່ນຈະມອບໃຫ້ເປັນກຳມະສິດຂອງປະຊາຊົນເປັນຜູ້ສືບຕໍ່ລ້ຽງ ສ່ວນງົວແມ່ພັນທີ່ປະຊາຊົນສົ່ງຄືນນັ້ນ ແມ່ນຈະນຳໄປໃຫ້ຄອບຄົວອື່ນສືບຕໍ່ລ້ຽງຕໍ່ໄປ. ນອກຈາກງົວທີ່ໄດ້ຮັບຈາກໂຄງການແລ້ວ ປະຊາຊົນພາຍໃນບ້ານເອງ ກໍມີພື້ນຖານການປູກຝັງ-ລ້ຽງສັດຕາມປະເພນີຢູ່ແລ້ວ ໂດຍປະຊາຊົນພາຍໃນບ້ານເອງມີງົວ ຈຳນວນ 2.253 ໂຕ ແລະ ໄດ້ເສີມຂະຫຍາຍການລ້ຽງໄກ່, ໝູ, ເຜິ້ງ, ປາ ພ້ອມທັງມີການປູກຜັກອິນຊີອີກຈຳນວນໜຶ່ງ.

ໃນຕອນທ້າຍ ທ່ານຮອງປະທານ ສພຊ ຍັງໄດ້ໃຫ້ທິດຊີ້ນຳ ຕໍ່ກອງປະຊຸມ ໂດຍສືບຕໍ່ຍົກລະດັບຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ ສ້າງສາເສດຖະກິດ ຊີວິດການເປັນຢູ່ໃຫ້ມີຄວາມສະຫງົບສຸກ ຫລຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ແຫຼ່ງຂ່າວທີ່ມາ: ສະພາແຫ່ງຊາດ