(ສພຊ) – ວັນທີ 2 ພະຈິກຜ່ານມາ, ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ (ສພຊ) ໄດ້ເຂົ້າຮ່ວມພິທີເປີດການແຂ່ງຂັນກິລາບານເຕະ ຊີງຂັນປະທານສູນກາງແນວລາວສ້າງຊາດ ປະຈຳປີ 2026 ຢ່າງເປັນທາງການ ທີ່ສະໜາມກິລາລ້ານຊ້າງສະເຕດ້ຽມ ໂດຍການເປັນປະທານພິທີຂອງທ່ານ ທອງລີ ສີສຸລິດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (ຄຊປປລ) ເຊິ່ງມີບັນດາທ່ານຮອງປະທານສູນກາງແນວລາວສ້າງຊາດ (ສນຊ), ຮອງເລຂາ ຄຊປປລ, ພະນັກງານ-ລັດຖະກອນ ແລະ ຊາວໜຸ່ມອ້ອມຂ້າງກະຊວງ-ອົງການ/ຂະແໜງການ ເຂົ້າຮ່ວມຢ່າງພ້ອມພຽງ ແລະ ຟົດຟື້ນ.

ວັນຕໍ່ມາ, ທ່ານ ມອນໄຊ ລາວມົວຊົ່ງ ຍັງໄດ້ເຂົ້າຮ່ວມຮັບຊົມການແຂ່ງຂັນຮອບທີ 1 ກຸ່ມບີ ໂດຍການພົບກັນລະຫວ່າງທີມສະພາແຫ່ງຊາດ ແລະ ທີມສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ຜົນການແຂ່ງຂັນທີມ ສພຊ ຊະນະດ້ວຍຄະແນນ 5-3.
(ສອນສັກ ວັນວິໄຊ)

