loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສພຊ ສຳ​ເລັດ​ການເຄື່ອນໄຫວເຮັດວຽກ​ຢູ່ແຂວງບໍລິຄໍາໄຊ

ກ.ພ. 23, 2022 | SlideMobile

             (ສພຊ) ວັນທີ 19 ກຸມພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການແຂວງບໍລິຄຳໄຊ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ (ສ​ພ​ຊ) ພ້ອມດ້ວຍຄະນະ ໄດ້ສຳ​ເລັດ​ການພົບປະຢ້ຽມຢາມ ເຮັດວຽກຮ່ວມກັບບັນດາການນໍາຂອງແຂວງບໍລິຄໍາໄຊເພື່ອຕິດຕາມຊີ້ນໍາການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍການຕ້ອນຮັບຂອງທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງບໍລິຄຳໄຊ, ມີຄະນະປະຈຳພັກແຂວງ, ສະພາປະຊາຊົນແຂວງ, ເລຂາພັກເມືອງ 7 ເມືອງ ຕະຫລອດຮອດຫົວໜ້າພະແນກການ-ກົມກອງທີ່ກ່ຽວຂ້ອງເຂົ້າຮ່ວມ.  

​ໂອ​ກາດນີ້, ໄດ້ຮັບ​ຟັງລາຍງານກ່ຽວກັບສະພາບລວມແຜນພັດທະນາເສດຖະກິດສັງຄົມຂອງແຂວງ ໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ, ການຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ  ແລະ ການຈັດຕັ້ງເຜີຍແຜ່ຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໂດຍສັງເຂບ.  

ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກແຕ່ລະຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານໃນດ້ານຕ່າງໆ ສໍາເລັດຜົນຕະຫລດໄລຍະຜ່ານມາ; ພ້ອມນັ້ນ, ຍັງໄດ້ຮຽກຮ້ອງໃຫ້ຄະນະຮັບຜິດຊອບວຽກງານທີ່ກ່ຽວຂ້ອງ ຈົ່ງໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານທີ່ຍັງຄົງຄ້າງ ໂດຍສະເພາະແມ່ນການຊຸກຍູ້ສົງເສີມການລົງທຶນ ຂອພາກເອກະຊົນພາຍໃນແຂວງ, ການຈັດຫາວຽກເຮັດງານທໍາໃຫ້ກັບພໍ່ແມ່ປະຊາຊົນພາຍໃນແຂວງ ທີໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19,ບຕໍ່ເອົາໃຈໃສຕໍ່ກັບວຽກງານ ປກຊປກສ ການພົວພັນຮ່ວມມື້ກັບຕ່າງປະເທດ ແລະ ອື່ນໆ.

ພ້ອມນັ້ນ, ຄະນະ ຍັງໄດ້ເດີນທາງໄປສໍາຫລວດໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງ ແຫ່ງທີ V ລາວໄທ  ປາກຊັນບຶງການ ຢູ່ທີບ້ານກ້ວຍອຸດົມ ເມືອງປາກຊັນ, ຢ້ຽມຢາມພໍ່ແມ່ປະຊາຊົນ ບ້ານຫາງຊິງສະຫວ່າງ ເພຶ່ອເບິງການປູກຜັກເຮືອນຮົ່ມ ຂອງພໍ່ແມ່ປະຊາຊົນເພື່ອເປັນສິນຄ້າ ໂດຍໂຄງການພັດທະນາບ້ານແບບໃໝ່ແຊມາອຶອຸນດົງ  ສ.ເກົາຫລີ ປະຈຳ ສປປລາວ ທີ່ໄດ້ໃຫ້ທຶນສະໜັບສະໜູນ ຈັດຕັ້ງປະຕິບັດໃນໄລຍະຜ່ານມາຕື່ມອີກ.

(ພາບ ແລະ ຂ່າວ ກົງໃຈ ແສງອໍາພັນ)