(ສພຊ) ເພື່ອສືບຕໍ່ແຜນການລົງໂຄງສະນາເຜີຍອຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ທົ່ວແຂວງໄຊຍະບູລີ ໃນວັນທີ 7 ກັນຍາ 2023 ທ່ານ ພົທ. ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 7 ໄດ້ເຄື່ອນໄຫວພົບປະກັບຜູ້ມີສິດເລືອກຕັ້ງຢູ່ບ້ານແຄ ເມືອງແກ່ນທ້າວ ແຂວງໄຊຍະບູລີ ໂດຍການເຂົ້າຮ່ວມຂອງທ່ານ ປະເສີດ ອິນວົງຄຳ ຮອງເລຂາພັກເມືອງ ເມືອງແກ່ນທ້າວ, ມີທ່ານສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງແກ່ນທ້າວ, ບັນດາເລຂາພັກບ້ານໃກ້ຄຽງ , ຄະນະອຳນາດປົກຄອງບ້ານ, ອົງການຈັດຕັ້ງບ້ານ ແລະ ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງ.
ໂອກາດດັ່ງກ່າວ, ທ່ານ ຈ່ອຍ ແສງປະເສີດ ເລຂາພັກບ້ານນາຍບ້ານແຄ ໄດ້ລາຍງານສະພາບການໂດຍຫຍໍ້ຂອງບ້ານແຄ ເຊິ່ງບ້ານແຄປະກອບມີ 141 ຫຼັງຄາເຮືອນ ແບ່ງອອກເປັນ 10 ໜ່ວຍ, ພົນລະເມືອງທັງໝົດ 667 ຄົນ, ຍິງ 322 ຄົນ, ແຮງງານຕົ້ນຕໍ 470 ແຮງງານ,ຍິງ 226 ຄົນ, ຍຶດຖືອາຊີບ ປູກຝັງລ້ຽງສັດເປັນສ່ວນໃຫຍ່; ດ້ານວຽກງານເສດຖະກິດ ໃນປີຜ່ານມາໝົດບ້ານສາມາດສ້າງລາຍຮັບໄດ້ 21 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 32 ລ້ານກວ່າກີບ ແລະ ດ້ານອື່ນໆແມ່ນຈັດຢູ່ໃນລະດັບດີ; ຈາກນັ້ນ, ນາຍບ້ານດອນສັງ ແລະ ບ້ານນາຄຳ ສະເໜີໃຫ້ຈັດທຶນງົບປະມານກໍ່ສ້າງອາຄານຮຽນເພີ່ມເຕີມ ແລະ ຄູສອນ, ເສັ້ນທາງປູຢາງດຳ, ບັນຫາອັດຕາເງິນເຟີ້ທີ່ເຮັດໃຫ້ໄດ້ໃຊ້ຕົ້ນທຶນສູງໃນການປູກຝັງລ້ຽງສັດ ສິນຄ້າກະສິກຳສົ່ງອອກພັດລາຄາຕົກຕ່ຳ ແລະ ບັນຫາອື່ນໆອີກ.

ຫຼັງຈາກນັ້ນ, ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ໂດຍທ່ານໄດ້ຍ້ອງຍໍຊົມເຊີຍຜົນສຳເລັດຂອງການຊີ້ນຳນຳພາຂອງໜ່ວຍພັກບ້ານແຄ ແລະ ຜົນງານຂອງບ້ານທີ່ຍາດມາໄດ້ ແລະ ເຈາະຈີ້ມເຖິງບັນຫາດ້ານສາທາລະນະສຸກ, ດ້ານກອງທຶນປະກັນສັງຄົມ, ການສຶກສາ ແລະ ແຮງງານ ມີຂໍ້ສະດວກຫຍຸ້ງຍາກຄືແນວໃດ; ຈາກນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນສະພາບການຂອງໂລກ ແລະ ສະພາບການຫຍຸ້ງຍາກຂອງລາວເຮົາ ພ້ອມທັງສະເໜີໃຫ້ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນ ສືບຕໍ່ຍຶດໝັ້ນຕໍ່ການນຳພາຂອງພັກ-ລັດ, ຮັກສາມູນເຊື້ອທີ່ຍາດມາໄດ້ໃນທ່າມກາງສະພາບການຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ຜະລິດເອງ ກຸ້ມຕົນເອງ ເປັນເຈົ້າຕົນເອງ; ໃຫ້ເອົາໃຈໃສ່ປຸກລະດົມປູກຝັງຈິດສຳນຶກ ແລະ ສົ່ງເສີມໃຫ້ລູກຫຼານໄດ້ຮ່ຳຮຽນໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ມອບບັນດາຂໍ້ສະເໜີຂອງພໍ່ແມ່ປະຊາຊົນ ໄປໃຫ້ທ່ານຮອງເລຂາພັກເມືອງຊີ້ແຈງກັບທີ່ຕໍ່ກັບບາງຂໍ້ສະເໜີທີ່ພໍ່ແມ່ປະຊາຊົນສະເໜີຕໍ່ສະມາຊິກສະພາແຫ່ງຊາດ.
ກ່ອນໜ້ານີ້, ໃນວັນທີ 6 ກັນຍາຜ່ານມາ, ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຢູ່ບ້ານໃຫຍ່ດອນເກືອ ເມືອງບໍ່ແຕນ ໂດຍມີທ່ານ ສົມສະໜຸກ ໄຊອຸດົມ ເລຂາພັກເມືອງ, ເຈົ້າເມືອງເມືອງບໍ່ແຕນ ແລະ ອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນພາຍໃນບ້ານໃຫຍ່ດອນເກືອເຂົ້າຮ່ວມຮັບຟັງ ແລະ ສະເໜີໃຫ້ປັບປຸງລະບົບນ້ຳປະປາທີ່ນຳໃຊ້ຢູ່ບ້ານໃຫຍ່ດອນເກືອ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)