loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຮອງປະທານ ສພຊ ພົບປະອຳນາດການປົກຄອງເມືອງຫົງສາ

ກ.ພ. 12, 2022 | ຂ່າວທົ່ວໄປ

​(ສພຊ) ວັນທີ 11 ກຸມພາ 2022 ທີ່ສະໂມສອນເມືອງຫົງສາ ແຂວງໄຊຍະບູລີ, ທ່ານ ພົທ. ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ສົມທົບກັບປະທານສະພາປະຊົນແຂວງ, ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງໄຊຍະບູລີ ໄດ້ພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຊຸດທີ II ມີບັນດາທ່ານຄະນະນໍາຂອງເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ພະນັກງານ-ລັດຖະກອນ ແລະ ນາຍບ້ານອ້ອມຂ້າງເມືອງເຂົ້າຮ່ວມ.
​ໃນໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ກ່ຽວກັບສະພາບທີ່ຕັ້ງ ແລະ ຈຸດພິເສດຂອງເມືອງ, ດ້ານການເມືອງແນວຄິດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ, ວຽກງານການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ດ້ານຂໍ້ຄົງຄ້າງ, ວຽກງານຈຸດສຸມໃນຕໍ່ໜ້າ; ຈາກນັ້ນ, ໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຈາກສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ.
​ຈາກນັ້ນ, ທ່ານ ພົທ. ສຸວອນ ເລືອງບຸນມີ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຜົນງານຂອງເມືອງທີ່ຍາດມາໄດ້ ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝວິສາມັນ ຂອງສະພາແຫ່ງຊາດ ຊຸດທີ IX ທີ່ໄດ້ພິຈາລະນາຮັບຮອງເອົາຫລາຍບັນຫາສໍາຄັນພື້ນຖານຂອງຊາດ ແລະ ຂອງທ້ອງຖິ່ນ ອອກເປັນມະຕິກອງປະຊຸມຈໍານວນຫລາຍມະຕິທີ່ລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນຈະໄດ້ສຸມໃສ່ຈັດຕັ້ງປະຕິບັດ.
​ໃນຕອນເຊົ້າຂອງວັນດຽວກັນ, ໄດ້ຈັດແບ່ງກັນອອກເປັນ 5 ຄະນະ ແລະໄດ້ເຄື່ອນໄຫວພົບປະກັບພໍ່ແມ່ປະຊາຊົນຢູ່ 5 ບ້ານຄື: ກີ່ວສາລາ, ຫ້ວຍເຍີ, ແກ້ງແອ່ນ, ນໍ້າສິບ ແລະ ກີ່ວມ່ວງ ເຊິ່ງໄດ້ພົບປະໂອ້ລົມ ແລະ ຮັບຟັງຂໍ້ສະເໜີຕ່າງໆ ຈາກອົງການປົກຄອງບ້ານ ກໍຄືພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ; ພ້ອມນັ້ນ, ໄດ້ມອບເຄື່ອງຊ່ວຍເຫລືອຈໍານວນໜຶ່ງໃຫ້ອໍານາດການປົກຄອງເມືອງ ແລະ ອໍານາດການປົກຄອງບ້ານ ເຊິ່ງປະກອບມີ: ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ອຸປະກອນກິລາ, ຄອມພິວເຕີຕັ້ງໂຕະ ໃຫ້ເມືອງເງິນ 1 ຊຸດ ແລະ ເມືອງຫົງສາ 1 ຊຸດ ເພື່ອນໍາໄປມອບໃຫ້ອ້າຍນ້ອງປ້ອງກັນຊາດພາຍໃນເມືອງຂອງຕົນ ແລະ ໄດ້ມອບເງິນສົດຕື່ມອີກຈໍານວນ 5 ລ້ານກີບ ເພື່ອຊື້ປູນຊີເມັນໃຫ້ແກ່ບ້ານກີ່ວສາລາໃນການເທພື້ນສະໂມສອນຂອງບ້ານດັ່ງກ່າວ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)